ເມືອງສັງທອງມີ 60 ຄອບຄົວອັດຕາສ່ຽງໄດ້ຮັບເຄື່ອງຊ່ວຍເຫຼືອ

    ວັນທີ 12 ມັງກອນ 2022 ທີ່ຫ້ອງວ່າການເມືອງສັງທອງ ນະຄອນຫຼວງວຽຈັນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກອົງການກາແດງນະຄອນຫຼວງວຽງຈັນ ມອບໂດຍທ່ານ ດຣ ຄໍາພູ ກອງມະນີ ຫົວໜ້າອົງການກາແດງນະຄອນຫຼວງວຽງຈັນ ຮັບໂດຍທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ມີຕາງໜ້າຈາກຫ້ອງການເມືອງ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍ ແລະ ຄອບຄົວອັດຕາສ່ຽງເຂົ້າຮ່ວມ.

    ອີງຕາມໜັງສືສະເໜີຂອງຫ້ອງການແຮງານແລະສະຫວັດດີການ-ສັງຄົມ ເມືອງສັງທອງ ສະບັບເລກທີ 150/ ຮສສ ມທ ຂໍຄວາມຊ່ວຍເຫຼືອໃຫ້ຄອບຄົວອັດຕາສ່ຽງຢູ່ເມືອງສັງທອງ ຕາມການລົງສົມທົບກັບອໍານາດການປົກຄອງບ້ານ 35 ບ້ານທົ່ວເມືອງສັງທອງ ເຫັນວ່າມີຄອບຄົວອັດຕາສ່ຽງ 27 ບ້ານມີ 60 ຄອບຄົວຄື: ບ້ານປາກຕອນ ສໍາພັນນາ ແກ້ງໝໍ້ ທ່ານາສ້າງຫີນ ອ່າງນ້ອຍ ສະນອດ ທ່ານາສາບ້ານໃຫ່ມປາກສັງ ຫ້ວຍຕົມ ຫ້ວຍລ້າ ຫີນລັບ ນາຫອຍ ທ່ານາຂາມ ເພຍລາດ ຫີນສີ່ວ ນາສາວນາງ ປາກແຖບ ນາຕານ ບ້ານໃຫຍ່ນາຈະເລີນ ນາຫອຍປັງ ໄຮ່ເໜືອ ເຕົາໄຫ ບ້ານກົ້ວ ນາປໍ ບ້ານກ້ວຍ ບ້ານຊໍ້ ແລະ ວັງມ້າ ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີເຄື່ອງນຸ່ງຫົ່ມ ແລະ ເກີບ ລວມມູນຄ່າ 20 ລ້ານກີບ. ເຄື່ອງດັ່ງກ່າວ ແມ່ນອົງການກາແດງ ນະຄອນຫຼວຽງຈັນ ມອບໃຫ້ເມືອງ ເມືອງມອບຕໍ່ໃຫ້ຫ້ອງການແຮງງານ ແລະ ສະຫວັດດີການ ແລ້ວມອບຕໍ່ໃຫ້ຄອບຄົວອັດຕາສ່ຽງ ເພື່ອເປັນການຜ່ອນຜັນບັນເທົາທຸກໃຫ້ແກ່ເຂົາເຈົ້າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

error: Content is protected !!