ວາງສີລາລຶກ ການກໍ່ສ້າງຕົວເມືອງອັດສະລິຍະ (Smart city)

    ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ຈັດພິທີວາງສີລາລຶກໂຄງການຕົວເມືອງອັດສະລິຍະໃໝ່ ຢູ່ເຂດນິຄົມອຸດສາຫະກຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ວັນທີ 13 ມັງກອນ 2022 ໂດຍມີທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ພົນໂທ ໄອ່ ສຸລິຍະແສງ ປະທານກຸ່ມບໍລິສັດ ພົງສະຫວັນ ຈຳກັດ ທ່ານ ໄພບູນ ພົງສະຫວັນ ເລຂາໜ່ວຍພັກກຸ່ມບໍລິສັດ ພົງສະຫວັນ ຈຳກັດ ຮອງປະທານຄະນະກໍາມະການຂາຮຸ້ນໃຫຍ່ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ຜູ້ອໍານວຍການໃຫຍ່ທະນາຄານ ພົງສະຫວັນ ຈໍາກັດ ພ້ອມດ້ວຍຜູ້ຕາງໜ້າບໍລິສັດໃນເຄືອພົງສະຫວັນ ເຈົ້າເມືອງ ຮອງເຈົ້າເມືອງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.

    ພາຍຫຼັງທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສະບັບລົງວັນທີ 28 ກໍລະກົດ 2017 ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບໂຄງການຕາມຂໍ້ຕົກລົງເລກທີ 0730/ຈນວ ລົງວັນທີ 31 ສິງຫາ 2017 ເຊິ່ງຄະນະດັ່ງກ່າວ ເປັນຄະນະຮັບຜິດຊອບຊີ້ນຳການລົງຕິດຕາມກວດກາ ແລະ ຊຸກຍູ້ການດຳເນີນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ເພື່ອເກັບກຳຂໍ້ມູນ ອອກແບບ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການຕ່າງໆຢູ່ເຂດນິຄົມອຸດສາຫະກຳນະຄອນຫຼວງວຽງຈັນ ມີໜ້າທີ່ຊີ້ນຳ-ນຳພາການລົງສຳຫຼວດຂອບເຂດທີ່ດິນ ທີ່ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໄດ້ສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ເຂດນິຄົມອຸດສາຫະກຳນະຄອນຫຼວງວຽງຈັນ ໃນເນື້ອທີ່ 300 ເຮັກຕາ ພ້ອມທັງນຳພາໄກ່ເກ່ຍຂໍ້ຂັດແຍ່ງກັບເຈົ້າຂອງດິນເດີມຢ່າງສົມເຫດສົມຜົນ ໃນຮູບແບບຕ່າງຝ່າຍຕ່າງມີຄວາມເພິ່ງພໍໃຈຕໍ່ກັນ ພື້ນທີ່ດັ່ງກ່າວກວມເອົາ 6 ເຂດຄື: ເຂດທີ່ພັກອາໄສ ແລະ ການຄ້າ ເຂດສາທາລະນະ ແລະ ຂົນສົ່ງໂດຍສານ ເຂດການຄ້າ ໂຮງແຮມ ແລະ ບໍລິການຕ່າງໆ ເຂດການຄ້າສາກົນ ເຂດພື້ນທີ່ສີຂຽວ ແລະ ເຂດອຸດສາຫະກໍາເບົາ ເຊິ່ງໂຄງການດັ່ງກ່າວ ນອນຢູ່ໃນໂຄງການນິຄົມອຸດສາຫະກຳນະຄອນຫຼວງວຽງຈັນ ເນື້ອທີ່ 1.552 ເຮັກຕາ ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໄດ້ລົງເກັບກໍາຂໍ້ມູນຕົວຈິງຈາກເຂດນິຄົມອຸດສາຫະກຳ ເພື່ອມາສຶກສາ ຄົ້ນຄວ້າ ວິເຄາະເຖິງດ້ານຕ່າງໆໃນການພັດທະນາເສດຖະກິດຂອງເຂດນິຄົມອຸດສາຫະກຳເມືອງໄຊເສດຖາ ບົນພື້ນຖານວິໄສທັດການພັດທະນາແບບຢືນຍົງ ໃນໄລຍະເບື້ອງຕົ້ນ ຈະພັດທະນາໂຄງການໃນເນື້ອທີ່ 20 ເຮັກຕາ ຕາມແຜນຜັງຂອງບໍລິສັດ SURBANAJURONG ປະເທດສິງກະໂປ ທີ່ອອກແບບໃຫ້ປີ 2017 ເປັນຕົວເມືອງທັນສະໄໝ ເປັນຕົວແບບຂອງນະຄອນຫຼວງກ່ອນ ຈາກນັ້ນຈະສືບຕໍ່ພັດທະນາຕົວເມືອງອັດສະລິຍະໃໝ່ອອກໄປຕື່ມອີກ ໃນເນື້ອທີ່ 280 ເຮັກຕາທີ່ຍັງເຫຼືອ ລວມມູນຄ່າການລົງທຶນທັງໝົດ 580 ລ້ານໂດລາສະຫະລັດ.

    ທ່ານ ໄພບູນ ພົງສະຫວັນ ກ່າວວ່າ: ໂຄງການພັດທະນາເມືອງອັດສະລິຍະ ເກີດຂຶ້ນໂດຍສອດຄ່ອງກັບນະໂຍບາຍພັດທະນາ ແລະ ຂະຫຍາຍຕົວເມືອງໃໝ່ ຕາມແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ເຊິ່ງຈະເປັນໂຄງການເມືອງທັນສະໄໝທີ່ເປັນຕົວແບບແຫ່ງທໍາອິດ ໃນ ສປປ ລາວ ໂດຍສ້າງເປັນສູນລວມດ້ານການພັດທະນາເສດຖະກິດ ວັດທະນາທໍາ ຮັກສາສິ່ງແວດລ້ອມ ສ້າງພື້ນຖານໂຄງລ່າງຢ່າງມີລະບົບຄົບຊຸດ ເປັນຕົ້ນ ຖະໜົນຫົນທາງ ລະບົບນໍ້າປະປາ ໄຟຟ້າ ໂທລະຄົມມະນາຄົມ ການສື່ສານ ໂຮງໝໍ ໂຮງຮຽນ ຮ້ານຄ້າທີ່ທັນສະໄໝ ໂດຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າຊ່ວຍໃນຄຸ້ມຄອງບໍລິຫານຈັດການທີ່ມີປະສິດທິຜົນສູງ ຕອບສະໜອງການພັດທະນາແບບສົມດຸນ ແລະ ຍືນຍົງ ສອດຄ່ອງກັບຍຸດທະສາດ ແຜນພັດທະນາໄລຍະຍາວຂອງ ສປປ ລາວ ກໍຄືແຜນພັດທະນາຂອງນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງສັງຄົມລາວດີຂຶ້ນ.

    ການສ້າງຕົວເມືອງອັດສະລິຍະນີ້ ຈະສ້າງຜົນປະໂຫຍດອັນລໍ້າຄ່າໃຫ້ເສດຖະກິດຂອງລາວ ໂດຍສະເພາະເປັນຕົວແບບໜຶ່ງໃນແຂວງ ເມືອງອື່ນໆໃນທົ່ວປະເທດ ມີລະບົບຄຸ້ມຄອງທີ່ສະດວກ ແລະ ທັນສະໄໝ ເນື່ອງຈາກຕົວເມືອງດັ່ງກ່າວມີການບໍລິຫານແບບຄົບຊຸດ ທັງພາກລັດ ເອກະຊົນ ບຸກຄົນທົ່ວໄປ ພ້ອມດ້ວຍໂຄງລ່າງພື້ນຖານເສດຖະກິດຢ່າງຄົບຊຸດ ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ຈະບໍ່ຢຸດພຽງແຕ່ກິດຈະກໍານີ້ ແຕ່ແຜນງານຍັງຈະສືບຕໍ່ຍູ້ດັນໃຫ້ກາຍເປັນເຂດການຄ້າ ແລະ ບໍລິການທີ່ທັນສະໄໝທີ່ສຸດ ໂດຍມີເປົ້າໝາຍໃຫ້ສາມາດດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນໃນ 1-2 ປີຂ້າງໜ້າ ຫຼຸດຜ່ອນຄ່າຄອງຊີບພາຍໃນນະຄອນຫຼວງວຽງຈັນ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນຊາວນະຄອນຫຼວງວຽງຈັນມີອາຊີບທີ່ແນ່ນອນ ອີກດ້ວຍ.

. # ຂ່າວ – ພາບ :  ສະບາໄພ

error: Content is protected !!