ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງຢູ່ໃນລະບົບນິເວດປ່າໂຄກ

      ໃນວັນທີ 7 ມັງກອນ 2022 ທີ່ຜ່ານມາ ທ່ານນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ ຢູ່ໃນລະບົບນິເວດປ່າໂຄກພາກໃຕ້ຂອງ ສປປ ລາວ ທີ່ນຳໃຊ້ທຶິນ UNDP ໂດຍຜ່ານກອງທຶນປົກປັກຮັກສາສິ່ງແວດລ້ອມ.

    ໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ ແບບຍືນຍົງ ຢູ່ໃນລະບົບນິເວດປ່າໂຄກພາກໃຕ້ ຂອງ ສປປ ລາວ ເຊິ່ງໄດ້ຮັບທຶນຈາກກອງທຶນສິ່ງແວດລ້ອມໂລກ (GEF6) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຮັບງົບປະມານຈໍານວນ 9.656.544.000 ກີບ ໂດຍຜ່ານກອງທຶນປົກປັກຮັກສາສິ່ງແວດລ້ອມ ເລີ່ມຈັດຕັ້ງປະຕິບັດ ປີ 2016 – 2022 ໂດຍມີຈຸດປະສົງເພື່ອສະໜັບສະໜູນລັດຖະບານ ສປປ ລາວ ໃນການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງຢູ່ແຂວງສະຫວັນນະເຂດ ເພື່ອສາທິດການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຢືນຍົງໃນເຂດຈັດສັນປ່າໄມ້ ໃນແຂວງສະຫັວນນະເຂດ ຮັບປະກັນທີ່ຢູ່ອາໄສຂອງບັນດາສັດປ່າທີ່ສຳຄັນ ແລະ ຮັກສາການໄຫຼວຽນຂອງນໍ້າໃຫ້ມີຄວາມສົມດຸນ   ເພື່ອໃຫ້ການບໍລິການລະບົບນິເວດຕ່າງໆ   ລວມທັງການສະໜອງນໍ້າ ການຮັກສາ ແລະ ການປ້ອງກັນໄພນໍ້າຖ້ວມ.

     ໃນກອງປະຊຸມ ໄດ້ຮັບຟັງລາຍງານການສຳຫຼວດ ແລະ ກໍານົດເນື້ອທີ່ປ່າຟື້ນຟູທີ່ຈັດຕັ້ງປະຕິບັດໄດ້ໃນປີ 2017 ການສ້າງສວນກ້າ ແລະ ຜະລິດເບ້ຍໄມ້ເພື່ອຕອບສະໜອງເບ້ຍໄມ້ໃຫ້ແກ່ບ້ານເປົ້າໝາຍປູກເສີມກ້ອງປ່າ ວຽກງານການສົ່ງເສີມປູກໄມ້ຟື້ນຟູປ່າໃນ 5 ເມືອງເປົ້າໝາຍ ແລະ ວຽກງານສົ່ງເສີມໃນການບົວລະບັດຮັກສາປ່າຟື້ນຟູ ການຈັດຕັ້ງປະຕິບັດກິດຈະກຳໂຄງການລວມມີ 4 ອົງປະກອບ (ໃນນັ້ນຈະນໍາໃຊ້ຮ່ວງທຶນທີ່ໄດ້ຮັບຈາກຫ້ອງການ ກປສ ແມ່ນອົງປະກອບ 2 ແລະ ອົງປະກອບ 3).

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!