ມື້ນີ້ ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ເພີ່ມອີກ 7 ຄົນ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 13 ມັງກອນ 2022 ວ່າ: ວັນທີ 12 ມັງກອນ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.171 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 805 ຄົນ (ຕິດເຊື້ອພາຍໃນ 804 ຄົນ ແລະ ນໍາເຂົ້າ 1 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 804 ທັງໝົດ ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີ:

  • ນະຄອນຫຼວງ 148 ຄົນ
  • ສະຫວັນນະເຂດ 19 ຄົນ
  • ຈຳປາສັກ 15 ຄົນ
  • ສາລະວັນ 15 ຄົນ
  • ເຊກອງ 22 ຄົນ
  • ອັດຕະປື 19 ຄົນ
  • ບໍ່ແກ້ວ 27 ຄົນ
  • ວຽງຈັນ 92 ຄົນ
  • ຫຼວງພະບາງ 51 ຄົນ
  • ຫຼວງນໍ້າທາ 55 ຄົນ
  • ອຸດົມໄຊ 59 ຄົນ
  • ຜົ້ງສາລີ 30 ຄົນ
  • ໄຊຍະບູລີ 68 ຄົນ
  • ຊຽງຂວາງ 32 ຄົນ
  • ຄຳມ່ວນ 9 ຄົນ
  • ບໍລິຄຳໄຊ 63 ຄົນ
  • ໄຊສົມບູນ 38 ຄົນ
  • ຫົວພັນ 43 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 1 ຄົນ ຈາກ ສະຫວັນນະເຂດ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 122.241 ກໍລະນີ ອອກໂຮງໝໍວານນີ້ 784 ຄົນ ກຳລັງປິ່ນປົວ 7.104 ຄົນ ແລະ ເສຍຊີວິດສະສົມທັງໝົດ 471 ຄົນ (ເສຍຊີວິດໃໝ່ 7 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 7 ຄົນ ຈາກ: ນະຄອນຫຼວງ 4 ຄົນ ບໍ່ແກ້ວ 1 ຄົນ ເຊກອງ 1 ຄົນ ແລະ ຫົວພັນ 1 ຄົນ.

# ຂ່າວ & ພາບ : ວຽງມາ

error: Content is protected !!