ມອບເຄື່ອງຊ່ວຍເຫຼືອໂຮງຮຽນ 3 ແຫ່ງ ພ້ອມທັງສົມທົບທຶນພັດທະນາບ້ານນາປຸງ

    ໃນວັນທີ 10 ມັງກອນ 2022 ທ່ານນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງຫົງສາ ແຂວງໄຊຍະບູລີ ພ້ອມດ້ວຍຄອບຄົວ ໄດ້ຕາງໜ້າໃຫ້ພີ່ນ້ອງຄົນລາວທີ່ຢູ່ຕ່າງປະເທດ ທີ່ລະດົມທຶນຊ່ວຍເຫຼືອບ້ານເກີດເມືອງນອນ ຊຸກຍູ້ຊ່ວຍເຫຼືອເດັກນ້ອຍນັກຮຽນໃນຫ່າງໄກສອກຫຼີກ ເພື່ອຈັດຊື້ວັດຖຸອຸປະກອນການຮຽນ-ການສອນ ເພື່ອປະກອບສ່ວນພັດທະນາການສຶກສາ ແລະ ພັດທະນາບ້ານຂອງຕົນ ຕາງໜ້າຮັບໂດຍທ່ານຜູ້ອຳນວຍການໂຮງຮຽນ ແລະ ອຳນາດການປົກຄອງບ້ານປາກຫ້ວຍຍາງ ແລະ ບ້ານນາປຸງ.

    ອຸປະກອນທີ່ນຳມາມອບຄັ້ງນີ້ ປະກອບມີອຸປະກອນການຮຽນ-ການສອນ ແລະ ເຄື່ອງກີລາ ລວມທັງເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ກັບໂຮງຮຽນ 3 ແຫ່ງ ຢູ່ບ້ານປາກຫ້ວຍຍາງ ຄື: ໂຮງຮຽນອະນຸບານ ໂຮງຮຽນປະຖົມສົມບູນ ແລະ ໂຮງຮຽນມັດທະຍົມສຶກສາຕອນຕົ້ນຂອງບ້ານປາກຫ້ວຍຍາງ ລວມມູນຄ່າທັງໝົດ 5.700.000 ກີບ ແລະ ໂອກາດດຽວກັນ ຍັງໄດ້ມອບເງິນສົດຈຳນວນ 3.300.000ກີບ ໃຫ້ກັບອຳນາດການປົກຄອງບ້ານນາປຸງ ເມືອງດັ່ງກ່າວ ເພື່ອຮ່ວມສົມທົບທຶນສ້າງສາພັດທະນາວັດວາອາຣາມຂອງບ້ານນາປຸ່ງອີກຕື່ມ.

  # ຂ່າວ – ພາບ : ບຸນມີ

error: Content is protected !!