ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ຂະບວນດ່ວນລ້ານຊ້າງ”

    ຕາມຂ່າວ CRI ເວລາ 10 ໂມງ 30 ນາທີ ຂອງວັນທີ 10 ມັງກອນ 2022 ຕາມເວລາຂອງລາວ ລົດໄຟ “ຂະບວນດ່ວນລ້ານຊ້າງ” ທີ່ເປັນຂະບວນລົດໄຟຂົນສົ່ງສິນຄ້າຂະບວນທຳອິດທີ່ແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ໄດ້ອອກເດີນທາງຈາກນະຄອນຄຸນໝິງ ປະເທດຈີນ ແລະ ເດີນທາງມາຮອດນະຄອນຫຼວງວຽງຈັນ ໃນວັນທີ 11 ມັງກອນ 2022.

    ຕາມການລາຍງານຈາກຜູ້ຮັບຜິດຊອບ ໃຫ້ຮູ້ວ່າ: ໃນໄລຍະເບື້ອງຕົ້ນ ລົດໄຟ “ຂະບວນດ່ວນລ້ານຊ້າງ” ຈະແລ່ນ 2 ຖ້ຽວເປັນປະຈຳ ແລ້ວຈະເພີ່ມຂະບວນລົດໄຟຕາມ ອີງຕາມສະພາບຕົວຈິງຂອງຕະຫຼາດ ເຊິ່ງຈະສາມາດຕອບສະໜອງຄວາມຕ້ອງການໃນການຂົນສົ່ງສິນຄ້າທີ່ມີເວລາຈຳກັດ ເຊັ່ນ: ໝາກໄມ້ ຜັກ ພະລິດຕະພັນເອເລັກໂຕຣນິກ ເຄື່ອງໃຊ້ໃນຊີວິດປະຈຳວັນ ປັດຈຸບັນ ສິນຄ້າທີ່ຂົນສົ່ງຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງຈາກຢາງພາລາ ປຸຍ ແລະ ເຄື່ອງຂອງຕ່າງໆ ໄດ້ຂະຫຍາຍໄປສູ່ ຜະລິດຕະພັນເອເລັກໂຕີ້ນິກ ລົດ ຜັກ ໝາກໄມ້ ແລະ ອື່ນໆ.

    ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ ປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ເຊິ່ງຈະສົ່ງໄປເຖິງ 10 ກວ່າປະເທດໃນພາກພື້ນ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຕ່ອງໂສ້ການຈໍລະຈອນສິນຄ້າຢູ່ລະຫວ່າງແມ່ນ້ຳລ້ານຊ້າງຂອງຈີນ ແລະ ອະນຸພາກພື້ນແມ່ນ້ຳຂອງ ແລະ ຈະຮັບປະກັນຄວາມ   ໝັ້ນທ່ຽງຂອງຕ່ອງໂສ້ການສະໜອງສາກົນ ແລະ ຕ່ອງໂສ້ການຄ້າ.

 # ຂ່າວ – ພາບ : ບຸນມີ

error: Content is protected !!