ບໍລິສັດ ວິນຟາດ ລາວ ຈຳກັດຜູ້ດຽວ ມອບລົດໃຫ້ລັດຖະບານ

    ວັນທີ 07 ມັງກອນ 2022 ຢູ່ສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບ ລົດເກງ ຍີ່ຫໍ້ ວິນຟາດ ຈຳນວນ 12 ຄັນ ໃຫ້ແກ່ລັດຖະບານ ມອບໂດຍທ່ານ ນາງ ວຽງສະຫວັນ ເສນາພວນ ອຳນວຍການໃຫຍ່ ບໍລິສັດ ວິນຟາດສລາວ ຈຳກັດ ຜູ້ດຽວ ແລະ ຕາງໜ້າໃຫ້ລັດຖະບານ ຮັບໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ ກະຊວງການເງິນ ກະຊວງໂຍທາທິການ ແລະ ຂົນສົ່ງ. ລົດຈຳນວນດັ່ງກ່າວ ເປັນການປະກອບສ່ວນສຳຄັນເຂົ້າໃນການຮັບໃຊ້ວຽກງານລວມ ຂອງພາກລັດ. ​   

# ຂ່າວ ພາບ : ກົມປະຊາສຳພັນ.  

error: Content is protected !!