ສຳມະນາ “ການຮ່ວມມືພາກພື້ນ ແລະ ສາກົນ ທ່າມກາງສະພາບການແຜ່ລະບາດໂຄວິດ-19”

    ວັນທີ 10 ມັງກອນ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ວ່າດ້ວຍ: “ການຮ່ວມມືພາກພື້ນ ແລະ ສາກົນ ທ່າມກາງສະພາບການແຜ່ລະບາດໂຄວິດ-19” ໃນຮູບແບບທາງໄກ ແລະ ເຊິ່ງໜ້າ ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ກອງປະຊຸມສຳມະນາຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍໄດ້ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການພາຍໃນ ແລະ ຈາກບັນດາປະເທດສະ ມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ສປ ຈີນ ກຳປູເຈຍ ມຽນມາ ໄທ ແລະ ຫວຽດນາມ) ຫຼາຍກວ່າ 50 ທ່ານ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພືື່ອພົບປະ ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຂອງການຮ່ວມມືພາກພື້ນ ແລະ ສາກົນ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍແນໃສ່ທິດທາງແຜນການຟື້ນຟູເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພ້ອມທັງເປັນການສືບຕໍ່ຮັດແໜ້ນການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ໃນໄລຍະທີ່ປະເຊີນໜ້າກັບຄວາມຫຍຸ້ງຍາກໃນການໄປມາຫາສູ່ກັນ ໂດຍມີຜູ້ເຂົ້າຮ່ວມບັນຍາຍຈາກ 6 ປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ມາຮ່ວມແລກປ່ຽນບົດຮຽນນໍາກັນ. ພ້ອມດຽວກັນ ຍັງເປັນການເປີດໂອກາດໃຫ້ບັນດາພະນັກງານໜຸ່ມນ້ອຍ ໄດ້ເພີ່ມທະວີຄວາມອາດສາມາດດ້ານເຕັກນິກວິຊາການ ໂດຍຜ່ານການຮັບຟັງການບັນຍາຍຂອງຜູ້ຕາງໜ້າຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່ຽວກັບສະພາບການຮັບມື ແລະ ພັດທະນາເສດຖະກິດ-ສັງຄົມ ໃນໄລຍະການແຜ່ລະບາດຂອງໂຄວິດ-19 ແລະ ແລກປ່ຽນຂໍ້ມູນຂ່າວສານເຊິ່ງ ກັນ ແລະ ກັນ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ມີການແລກປ່ຽນຄໍາຄິດເຫັນ ຂໍ້ມູນຂ່າວສານ ແລະ ການປຶກສາຫາລືແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ໂດຍສະເພາະ ສິ່ງທ້າທາຍ ແລະ ກາລະໂອກາດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນການສູນເສຍຊີວິດ ແລະ ສັບສິນຂອງປະຊາຊົນທັງພາກພື້ນ ແລະ ສາກົນ ແຕ່ຄຽງຄູ່ກັບບັນຫາສິ່ງທ້າທາຍຕ່າງໆນັ້ນ ການຮ່ວມມືພາກພື້ນ ແລະ ສາກົນ ຍັງໄດ້ຊອກຫາຊ່ອງທາງທີ່ເປັນກາລະໂອກາດ ເຊັ່ນ: ການປັບປຸງ ແລະ ການພັດທະນາດ້ານລະບົບຂົນສົ່ງພາຍໃນ ແລະ ຕ່າງປະເທດ ເພື່ອອຳນວຍຄວາມສະດວກດ້ານຂົນສົ່ງສິນຄ້າໄດ້ຢ່າງວ່ອງໄວ ແລະ ກວ້າງຂວາງ ວຽກງານສາທາລະນະສຸກ ແລະ ການສຶກສາ ໄດ້ຮັບການພັດທະນາຢ່າງວ່ອງໄວ ໂດຍການໜູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ພ້ອມທັງການຟື້ນຟູລະບົບນິເວດ ແລະ ລະບົບຊັ້ນບັນຍາກາດທົ່ວໂລກໄດ້ຫຼາຍຂຶ້ນກວ່າເກົ່າ ເນື່ອງຈາກການຫຼຸດຜ່ອນມົນລະພິດຈາກໂຮງງານທຸກໆປະ ເທດ. ນອກຈາກນີ້ ກອງປະຊຸມສຳມະນາຍັງໄດ້ແລກປ່ຽນກ່ຽວກັບທິດທາງຈຸດສຸມໃນການຮ່ວມມືພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງຢ່າງມີປະສິດທິຜົນໃນອະນາຄົດ.

# ຂ່າວ ພາບ : ໄຊບັນດິດ

error: Content is protected !!