ປະກາດຄະນະປະທານ ແລະ ຄະບໍລິຫານງານ ສສຍລ ສະໄໝທີ VIII

    ພິທີປະກາດຄະນະປະທານສູນກາງສະຫະພັນແມ່ຍິງລາວ (ສສຍລ) ສະໄໝທີ VIII ຈັດຂຶ້ນໃນວັນທີ 7 ມັງກອນ 2022 ຜ່ານມາ ທີ່ສູນກາງສະຫະພັນແມ່ຍິງລາວ ເປັນປະທານຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ມີຄນະປະທານ ຫົວໜ້າຫ້ອງການ ຄະນະກົມ ສູນ ຫ້ອງການ ກອງ ເລຂາຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ບໍລິສັດລັດວິສາຫະກິດຝ້າຍລາວເຂົ້າຮ່ວມ.

    ໃນພິທີດັ່ງກ່າວ ທ່ານ ສີອໍາພອນ ຈັນທະລາຕີ ຮອງຫົວໜ້າກົມຄຸ້ມຄອງ-ພະນັກງານ ຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງເລຂາທິການສູນກາງພັກສະບັບ ເລກທີ 242/ຄລສພ ລົງວັນທີ 10 ທັນວາ 2021 ວ່າດ້ວຍການຮັບຮອງເອົາຄະນະບໍລິຫານ ສສຍລ ສະໄໝທີ VIII ຕາມຜົນການເລືອກຕັ້ງ ຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທ່ົວປະເທດ ໃນວັນທີ 18-19 ພະຈິກ 2021 ຈໍານວນ 63 ສະຫາຍ ໄດ້ຮັບຮອງເອົາປະທານ ຮອງປະທານ ແລະ ປະທານກວດກາຄະນະບໍລິຫານງານ ສສຍລ ສະໄໝທີ VIII ຄື: ທ່ານນາງ ອິນລາວັນ ແກ້ວບຸນພັນ ເປັນປະທານຄະນະບໍລິຫານງານ ສສຍລ ທ່ານ ນາງ ສິລິກິດ ບຸບຜາ ທ່ານນາງ ລາວັນ ສຸດທິສານ ທ່ານນາງ ທໍາມາ ເພັດວິໄຊ ແລະ ທ່ານ ປອ ນາງ ຈັນໂສດາ ພອນທິບ ເປັນຮອງປະທານຄະນະບໍລິຫານງານ ສສຍລ ສະໄໝທີ VIII ໃນນັ້ນ ໄດ້ຮັບຮອງ ເອົາ ທ່ານນາງ ລາວັນ ສຸດທິສານ ເປັນປະທານກວດກາ ພ້ອມນີ້ ກໍໄດ້ຜ່ານມະຕິຕົກລົງຂອງຄະນະເລຂາ ທິການສູນກາງພັກ ສະບັບເລກທີ 274 /ຄລສພ ລົງວັນທີ 31 ທັນວາ 2021 ວ່າດ້ວຍການອະນຸມັດໃຫ້ ພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໝຸນບໍານານ ຄື: ທ່າ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານ ສສຍລ ສະໄໝທີ V-VI-VII ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 26/ນຍ ລົງວັນທີ 21 ທັນວາ 2021 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ຄື: ທ່ານນາງ ທໍາມາ ເພັດວິໄຊ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງແຜນການ ແລະ ການລົງທຶນ ມາຮັບໜ້າທີ່ເປັນຮອງປະທານຄະນະບໍລິຫານງານ ສສຍລ ສະໄໝທີ VIII ມະຕິຕົກລົງຂອງຄະນະເລຂາ ທິການສູນກາງພັກ ສະບັບເລກທີ 263/ຄລສພ ລົງວັນທີ 27 ທັນວາ 2021 ວ່າດ້ວຍການບົ່ງ ໂຕແຕ່ງຕັ້ງຄະນະບໍລິຫານງານພັກ ສສຍລ ຄື: ທ່ານນາງ ທໍາມາ ເພັດວິໄຊ ກໍາມະການພັກກະ ຊວງແຜນການ ແລະ ການລົງທຶນ ມາເປັນຄະນະບໍລິຫານງານພັກ ສສຍລ.

# ຂ່າວ- ພາບ : ເພັດສະໝອນ

error: Content is protected !!