ບ້ານຫາດປາງ ຈະເປັນບ້ານໃຫຍ່ຄືຕົວເມືອງນ້ອຍໃນຊົນນະບົດ

    ວັນທີ 6 ມັງກອນ 2022  ທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມະທິການບັນດາເຜົ່າ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍ ຕາມດໍາລັດ 348 ຂອງລັດຖະບານ ຢູ່ບ້ານຫາດປາງ ເມືອງປາກອູ ແຂວງຜົ້ງສາລີ ຖືກຕ້ອນຮັບໂດຍທ່ານ ສີມອນ ສະເຫຼີມສັກ ຮອງເຈົ້າເມືອງປາກອູ ມີຄະນະນຳຂອງເມືອງ ແລະ ອົງການຈັດຕັ້ງບ້ານເຂົ້າຮ່ວມ.

     ໂອກາດນີ້ ໄດ້ມີການລາຍງານກ່ຽວສະພາບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງບ້ານຫາດປາງວ່າ: ບ້ານຫາດປາງມີ 360 ຄອບຄົວ ມີພົນລະເມືອງ 1.832 ຄົນ ຍິງ 904 ຄົນ ປະຊາຊົນພາຍໃນບ້ານສ່ວນຫຼາຍເປັນຊົນເຜົ່າລື້ ແລະ ເຜົ່າມົ້ງ ປັດຈຸບັນມີຄອບຄົວທີ່ບໍ່ບັນລຸມາດຖານພົ້ນທຸກຕາມລໍາດັບ 348 ຂອງລັດຖະບານຈຳນວນ 6 ຄອບຄົວ ກວມ 1,6% ຂອງຄອບຄົວທັງໝົດ ປະຊາຊົນສ່ວນໃຫຍ່ຍຶດຖືອາຊີບປູກຝັງ-ລ້ຽງສັດ ແລະ ເຮັດການບໍລິການຄ້າ-ຂາຍ ໃນໜຶ່ງປີຜ່ານມາ ພາຍໃນບ້ານສາມາດສ້າງລາຍຮັບໄດ້ທັງໝົດ  32,6 ຕື້ກີບກວ່າກີບ ບາດກ້າວການສ້າງບ້ານ ກຸ່ມບ້ານພັດທະນາ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຕາມ 5 ບາດກ້າວ ແລະ ເລັ່ງໃສ່ 4 ເນື້ອໃນ 4 ຄາດໝາຍ ໄດ້ເຮັດໃຫ້ປະຊາຊົນມີຄວາມຕື່ນຕົວ ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງຢ່າງໜັກແໜ້ນ ເສດຖະກິດ ແລະ ວຽກງານວັດທະນະທໍາສັງ-ຄົມ ໄດ້ຮັບການພັດທະນາ ປາກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂ ທັງມີການຊຸກຍູ້ໃຫ້ປະຊາຊົນເຮັດນາປີ ນາແຊງ ນາຕ່າວ ເຮັດສວນ ລ້ຽງສັດ ເຮັດຫັດຖະກໍາ ເຮັດການບໍລິການ ເຮັດວຽກໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ເປັນພະນັກງານຕາມສັນຍາ.

   ຜ່ານການເກັບກໍາຂໍ້ມູນມີ 16 ເງື່ອນໄຂ ທີ່ຈະສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ເຊິ່ງບ້ານຫາດປາງສາມາດບັນລຸໄດ້ 14 ເງື່ອນໄຂດັ່ງກ່າວ ສໍາລັບແຜນການຕໍ່ໜ້າ ອົງການປົກຄອງເມືອງ ຈະປັບປຸງໃຫ້ມີໜ່ວຍ ຫຼື ສູນບໍລິການເຕັກນິກກະສິກໍາ ແລະ ປ່າໄມ້ ປັບປຸງໃຫ້ມີລະບົບນໍ້າປະປາຊຸມຊົນ ຊຸກຍູ້ໃຫ້ມີໂຮງຮຽນມັດທະຍົມຕອນປາຍ ທັງຂະຫຍາຍອາຄານຮຽນຊັ້ນປະຖົມຕື່ມອີກ 1 ຫຼັງ ເພື່ອໃຫ້ບ້ານຫາດປາງໄດ້ຮັບການປະກາດເປັນຕົວເມືອງນ້ອຍໃນທ້າຍປີ 2022 ໃນຕອນທ້າຍ ທ່ານ ຄໍາຈັນ ໂສຕາປະເສີດ ຍັງໄດ້ມີຄຳເຫັນສັງລວມບັນຫາຄົງຄ້າງ ເພື່ອພິຈາລະນາຄົ້ນຄວ້າ ແລະ ຊອກຊ່ອງທາງແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ບ້ານດັ່ງກ່າວບັນລຸເປົ້າໝາຍການສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ມີຜົນສຳເລັດເທື່ອລະກ້າວ.

# ຂ່າວ- ພາບ : ລັດເວລາ

error: Content is protected !!