ເຝິກອົບຮົມຫຼັກສູດການລ້ຽງລູກດ້ວຍນົມແມ່

    ພິທີເປີດຊຸດເຝິກອົບຮົມຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ຮຸ່ນທີ 1 ຈັດຂຶ້ນວັນທີ 10 ມງກອນ 2022 ທີ່ສູນໂພຊະນາການນະຄອນຫຼວງວຽງຈັນ (ວິທະຍາເຂດດົງໂພສີ) ເປັນປະທານຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ນາງ ທາເລຊ້າ ໄຊຍະວົງ ຜູ້ຕາງໜ້າອົງການຊ່ວຍເຫຼືອສາກົນ ແລະ ທ່ານ ນາງ ບີອາເຕ ດາສ໌ເທວ ວ່າການແທນຜູ້ຕາງໜ້າອົງການອຸຍນີເຊບປະຈຳລາວ ມີບັນດາຄະນະກົມ ຄະນະອໍານວຍການໂຮງໝໍອ້ອມຂ້າງສູນກາງ ແລະ ສໍາມະນາກອນເຂົ້າຮ່ວມຢູ່ກັບທີ່ ແລະ ຜ່ານລະບົບທາງໄກ.

    ການເຝິກອົບຮົມຄັ້ງນີ້ ເພື່ອຍົກສູງຄວາມຮູ້ ຄວາມສາມາດ ປະສົບການ ແລະ ສາມາດນໍາໄປປັບໃຊ້ໃນຂົງເຂດທີ່ຕົນຮັບຜິດຊອບຢ່າງເໝາະສົມ ເພື່ອການບໍລິການທີ່ມີຄຸນນະພາບສູງໃນຂອບເຂດທົ່ວປະເທດ ໂດຍສະເພາະ ການກໍານົດຫຼັກການ ການຄຸ້ມຄອງ ມາດຕະການ ວິທີການ ຂະບວນການຈັດຕັ້ງປະຕິບັດການຝິກອົບຮົມຫຼັກສູດທີ່ປຶກສາການລ້ຽງລູກດ້ວຍນົມແມ່ ພ້ອມນັ້ນ ເພື່ອສ້າງ ແລະ ພັດທະນາບຸຄະລາກອນດ້ານການແພດທີ່ກ່ຽວຂ້ອງໃຫ້ມີຄວາມຮູ້ ຄວາມສາມາດ ພ້ອມທັງມີປະສົບການດ້ານການໃຫ້ຄໍາປຶກສາການໃຫ້ບໍລິຫານລ້ຽງລູກດ້ວຍນົມແມ່ ປັບປຸງສະຖານທີ່ການບໍລິການສຸຂະພາບໃຫ້ກາຍເປັນແຫຼ່ງໃຫ້ຄໍາປຶກສາ ການບໍລິການທີ່ມີຄຸນນະພາບສູງ ແລະ ສົ່ງເສີມການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວແຕ່ມື້ເກີດຈົນຮອດ 6 ເດືອນ ແລະ ສືບຕໍ່ກິນນົມແມ່ຄຽງຄູ່ກັບການກິນອາຫານເສີມຈົນຮອດ 24 ເດືອນ ຫຼື ຫຼາຍກວ່ານັ້ນ.

# ຂ່າວ- ພາບ : ຂັນທະວີ

error: Content is protected !!