ເປີດສູນອອກກຳລັງກາຍ VIP Fitness Club

    ພິທີເປີດສູນອອກກຳລັງກາຍ VIP Fitness Club ຈັດຂຶ້ນວັນທີ 9 ມັງກອນ 2022 ຢູ່ສູນການຄ້າParkson ໂດຍມີທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ ສານ ພ້ອມດ້ວຍຄະນະສະຫະພັນກີລາເພາະກາຍແຫ່ງຊາດ ທ່ານທູດ ນັກທຸລະກິດ ລູກຄ້າ ແລະ ສະມາຊິກ VIP Fitness Club ເຂົ້າຮ່ວມ.

    ທ່ານ ດາວທະວີ ເທບສຸວັນ ປະທານສູນອອກກໍາລັງກາຍ VIP Fitness Club ກ່າວວ່າ: ຍ້ອນເຫັນຄົນຍຸກປັດຈຸບັນໃຫ້ຄວາມສົນໃຈ ແລະ ຫັນມາໃຫ້ຄວາມສຳຄັນໃນການດູແລຮັກສາສຸຂະພາບຫຼາຍຂຶ້ນ ໂດຍສະເພາະໄວໜຸ່ມ-ສາວ ພວກເຮົາຈຶ່ງສ້າງສູນອອກກຳລັງກາຍ VIP Fitness Club ຂຶ້ນ ເພື່ອເປັນທາງເລືອກໜຶ່ງ ຫຼື ອາດເປັນທາງເລືອກທີ່ດີທີ່ສຸດ ເພາະເປັນສູນອອກກໍາລັງກາຍທີ່ໃຫຍ່ ແລະ ທັນສະໄໝທີ່ສຸດໃນນະຄອນຫຼວງວຽງຈັນ ກໍຄື ສປປ ລາວ ມີພື້ນທີ່ 1.600 ຕາລາງແມັດ ແລະ ຖືວ່າໄດ້ມາດຕະຖານສາກົນ ດ້ວຍອຸປະກອນອອກກຳລັງກາຍຍີ່ຫໍ້ລະດັບໂລກ ນຳເຂົ້າຈາກ ສ ອາເມຣິກາ ນອກນີ້ ຍັງມີຄູເຝິກມືອາຊີບທີ່ສາມາດຈັດໂປຣແກມການອອກກຳລັງກາຍສໍາລັບຄວາມຕ້ອງການຂອງທຸກຄົນ ເປັນຕົ້ນການຫຼຸດນໍ້າໜັກ ສ້າງກ້າມເນື້ອ ຫຼື ອອກກຳລັງກາຍເພື່ອເສີມສ້າງສະມັດຕະພາບໃຫ້ນັກກີລາປະເພດຕ່າງໆ ເຊັ່ນ: ກ໊ອຟ ເທັນນິສ ຕີດອກປີກໄກ່ ບານເຕະ ລອຍນໍ້າ ແລະ ແລະ ອື່ນໆ ໃນອະນາຄົດຍັງຈະເຮັດໃຫ້ VIP Fitness Club ເປັນສູນເຝິກອົບຮົມຜູ້ທີ່ສົນໃຈຢາກເປັນຄູສອນອອກກໍາລັງກາຍ ພ້ອມທັງສາມາດອອກໃບຮັບຮອງຈາກອາຈານ ແລະ ໂປຮແກຣມທີ່ໄດ້ມາດຕະຖານສາກົນ ສ່ວນຄລາສອອກກໍາລັງກາຍແບບກຸ່ມ ຫຼື Group Exercise ພວກເຮົາໄດ້ເລືອກຄລາສທີ່ມີມາດຕະຖານ ແລະ ຄຸນນະພາບຈາກທົ່ວໂລກ ເຊັ່ນ: ຄລາສຈາກປະເທດ USA English Scotland Romania Spain Jordan Ghana Singapore Thailand ພິເສດຍັງມີຄລາສທີ່ເປັນເອກະລັກສະເພາະ  ທີ່ອອກແບບມາສໍາລັບສະມາຊິກ  VIP FITNESS CLUB  ແລະ ມີຄລາສສອນເຕັ້ນບັນເລ່ສໍາລັບເດັກນ້ອຍ ແລະ ບຸກຄົນທົ່ວໄປ.     ນອກນີ້ ຍັງມີຮ້ານອາຫານ ເປັນຕົ້ນອາຫານທົ່ວໄປ ອາຫານເພື່ອສຸຂະພາບ ອາຫານເສີມ ກາເຟ ເຄື່ອງດື່ມ ບໍລິການໃຫ້ເຊົ່າ Locker ບໍລິການຊັກລີດ ແລະ ໂຊນຜ່ອນຄາຍກ້າມເນື້ອໃຫ້ສະມາຊິກທຸກຄົນ ເຊັ່ນ: ຫ້ອງຊາວນ່າ ອ່າງຈາກຸດຊີ ແລະ ໄວໆນີ້ ຈະມີສະລອຍນໍ້າໃຫ້ສະມາຊິກໃຊ້ບໍລິການໂດຍບໍ່ໄດ້ເສຍຄ່າ ໃນອາພາດເມັນ Naga ພວກເຮົາເລືອກເອົາສູນການຄ້າ Parkson ເປັນທີ່ຕັ້ງສູນອອກກໍາລັງກາຍ ຍ້ອນຢູ່ໃຈກາງເມືອງ ການເດີນທາງສະດວກ ທາງເຂົ້າ-ອອກ ບ່ອນຈອດລົດກວ້າງຂວາງ ມີຮ້ານສັບພະສິນຄ້າ ຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ VIP Fitness club ມີເປົ້າໝາຍຈະສົ່ງເສີມ ແລະ ສະໜັບສະໜູນທີມນັກກີລາເພາະກາຍ ແລະ Fitness ທີມຊາດລາວ ເພື່ອເປັນຕົວແທນເຂົ້າຮ່ວມການແຂ່ງຂັນລະດັບສາກົນ ຕື່ມອີກ.

error: Content is protected !!