“ໄມເຄິນ ໄວ” ຖືກແຕ່ງຕັ້ງເປັນຄູເຝິກທີມຊາດລາວຄົນໃໝ່

     ສະຫະພັນບານເຕະແຫ່ງຊາດລາວ ໄດ້ແຕ່ງຕັ້ງທ່ານ ໄມເຄິນ ໄວ ຫົວໜ້າຄູເຝິກສອນບານເຕະ ຊາວເຢຍລະມັນ ອາຍຸ 56 ປີ ເປັນຫົວໜ້າຄູເຝິກບານເຕະທີມຊາດລາວຄົນໃໝ່ໂດຍໄວ ຈະເປັນຜູ້ນໍາພາເຝິກສອນທີມຊາດລາວຊຸດໃຫຍ່ ແລະ ຮຸ່ນອາຍຸບໍ່ເກີນ 23 ປີ ໂດຍມີໃບປະກາດ UEFA Pro License ເຊິ່ງໄດ້ເຊັນສັນຍາກັບສະຫະພັນບານເຕະແຫ່ງຊາດລາວ ຈົນເຖິງປີ 2024 (2021-2024).

     ສໍາລັບ ທ່ານ ໄມເຄິນ ໄວ ຜົນງານການຄຸມທີມທີ່ເປັນໜ້າປະທັບໃຈ ກໍຄືໃນເມື່ອຕອນທີ່ລາວໄດ້ຮັບຜິດຊອບທີມຊາດຟີລິບປິນ ຈົນກ້າວຂຶ້ນໄປເຖິງຕໍາແໜ່ງສູງສຸດໃນການຈັດອັນດັບ FIFA ໃນປີ 2012 ແລະ ເປັນທີມອັນດັບທີ 1 ໃນອາຊຽນ ເມື່ອປີ 2013 ໃນຖານະທີ່ເຄີຍເປັນຄູເຝິກໃຫ້ທີມຊາດມົງໂກລີ ລາວໄດ້ປັບປຸງເກມການຫຼິ້ນໃຫ້ທຽບກັບລະດັບນານາຊາດ ລາວຫັນປ່ຽນປະເທດນ້ອຍທີ່ບໍ່ມີການຫຼິ້ນກີລາບານ ເຕະຫຼາຍ ໃຫ້ກ້າວເຂົ້າໄປສູ່ AFC “ປະເທດທີີ່ີມີຄວາມໄຝ່ຝັນຂອງປີ” ໃນທ້າຍປີ 2018 ຫຼັງຈາກ 3 ປີຜ່ານໄປ ລາວໄດ້ລາອອກຈາກການເປັນຄູເຝິກຂອງມົງໂກລີ ເຊິ່ງເປັນບ່ອນທີ່ລາວໄດ້ຮັບຄວາມເຄົາລົບທີ່ລາວໄດ້ໃຫ້ການສະໜັບໜູນໃນການພັດທະນາກີລາບານເຕະຂອງມົງໂກລີ.

    ທ່ານ ໄມເຄິນ ໄວ ສະແດງຄວາມກະຕືລືລົ້ນຢ່າງສູງສໍາລັບຄວາມທ້າທາຍໃໝ່ ເຊິ່ງລາວໄດ້ເວົ້າວ່າ: ກ່ອນອື່ນຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ປະທານ ແລະ ສະຫະພັນບານເຕະແຫ່ງຊາດລາວ ທີ່ໄວ້ວາງໃຈຂ້າພະເຈົ້າ ພວກເຮົາໄດ້ມີການສົນທະນາກັນ ແລະ ໄດ້ມີການແລກປ່ຽນທາງດ້ານວິໃສທັດ ເພື່ອທີ່ຈະນໍາພາບານເຕະລາວກ້າວລະດັບຂຶ້ນໄປອີກ ຂ້າພະເຈົ້າລໍຄອຍເວລາທີ່ຈະນໍາເອົາປະສົບການຂອງຂ້າ ພະເຈົ້າໄປສູ່ຜູ້ຫຼິ້ນໄວໜຸ່ມ ໃນຄວາມຄິດຂອງຂ້າພະເຈົ້າ ການເປັນຄູເຝິກທີມຊາດ ຄືຕໍາແໜ່ງສໍາຄັນໃນການນໍາພາກີລາບານເຕະຂອງພວກເຮົາໃຫ້ກ້າວໄປຂ້າງໜ້າ ຍິ່ງໄປກ່ວານັ້ນ ຂ້າພະເຈົ້າກໍຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເປັນຄູເຝິກທີມຊາດ ແລະ ລໍຄອຍເວລາທີ່ຈະຮຽນຮູ້ຮັບເອົາວັດທະນະທໍາຂອງປະເທດ ເຖິງແມ່ນວ່າອັນດັບຟີຟາຂອງລາວຕໍ່າ ແຕ່ຈະພະຍາຍາມຈະຊ່ອຍໃຫ້ບານເຕະລາວກ້າວໜ້າໄປເທື່ອລະກ້າວ ຂ້າພະເຈົ້າຈະສ້າງທີມໃຫ້ມີປະສິດທິພາບ ແລະ ໄດ້ຮັບໝາກຜົນສູງ.

    ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: ການໂອ້ລົມກັບທ່ານ ໄມເຄິນ ໄວ ເປັນການໂອ້ລົມທີ່ມີຄວາມຮ່ວມມື ແລະ ສ້າງສັນຫຼາຍ ເຂົາຈະນໍາເອົາຄວາມຄິດ ແລະ ປະສົບການໃໝ່ໆມານໍາດ້ວຍ ພວກເຮົາຫວັງວ່າລາວສາມາດເຮັດໃຫ້ທີຊາດລາວປະສົບຜົນສໍາເລັດເຊັ່ນດຽວກັນ ການແຕ່ງຕັ້ງ ໄມເຄິນ ໄວ ເປັນຄູເຝິກໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນຂອງ ສະຫະພັນບານເຕະແຫ່ງຊາດລາວ ເພື່ອໃຫ້ໂອກາດທີ່ດີທີ່ສຸດຕໍ່ນັກກີລາຂອງພວກເຮົາໃນຂັ້ນຕໍ່ໄປ.

    ໄມເຄິນ ໄວ ສໍາເລັດການສຶກສາລະດັບປະລິນຍາຕີດ້ານການບໍລິຫານ ແລະ ວິທະຍາສາດການກີລາທີ່ ມະຫາວິທະຍາໄລ Mainz ລາວໄດ້ແຕ່ງງານກັບແມ່ຍິງຄົນຍີ່ປຸ່ນ ແລະ ມີລູກສາວນໍາກັນ 2 ຄົນ.

# ຂ່າວ- ພາບ : ສີພອນ

error: Content is protected !!