ປະທານສະພາ ລົງເຄື່ອນໄຫວເຮັດວຽກຢູ່ເມືອງຈຳພອນ

     ວັນທີ 8 ມັງກອນ 2022  ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄອບຄົວ ແລະ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຄຳລຸຍ ຍາດຕິວົງ ເລຂາພັກເມືອງ ເຈົ້າເມືອງຈຳພອນ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.

     ທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງຈໍາພອນ ໄດ້ລາຍສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ທ່ານປະທານສະພາຊາບວ່າ: ເມືອງຈຳພອນມີທັງໝົດ 100 ບ້ານ ມີພົນລະເມືອງ 119.248 ຄົນ ຍິງ 60.364 ຄົນ ມີ 20.351 ຫຼັງຄາເຮືອນ ມີ 21.542 ຄອບຄົວ ດ້ານເສດຖະກິດມີການຂະຫຍາຍຕົວໃນອັດຕາສະເລ່ຍ 5,20% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 2.272 ກວ່າຕື້ກີບ ສະເລ່ຍໃສ່ພົນລະເມືອງໄດ້ 18.955.475 ກີບ ເທົ່າກັບ 2.242 ໂດລາສະຫະລັດ ດ້ານການຜະລິດ ສາມາດຜະລິດເຂົ້ານາປີໄດ້ 100% ຂອງເນື້ອທີ່ນາປີທັງໝົດ 20.900 ເຮັກຕາ ດ້ວຍສະມັດຕະພາບສະເລ່ຍ 3,44 ໂຕນຕໍ່ເຮັກຕາ ຜົນຜະລິດໄດ້ 71.896 ໂຕນ ອັນພົ້ນເດັ່ນ ແມ່ນປະຊາຊົນມີຄວາມກະຕືລືລົ້ນ ແລະ ເປັນເຈົ້າການໃນການລົງທືນ ຟື້ນຟູ-ສ້ອມແປງຈັກສູບນ້ຳ ສ້ອມແປງຄອງເໝືອງຊົນລະປະທານ ດ້ວຍເງີນສີນເຊື່ອກອງທຶນສາມັກຄີແນວລາວສ້າງຊາດ ໃນນີ້ ມີກຸ່ມຊາວນາ ບ້ານແກ້ງກອກເໜືອ ບ້ານຊະຄືນ ບ້ານໂນນສີທັນ.

    ໂອກາດນີ້ ທ່ານ ປອ ໄຊສົມພອນ ພົມວິຫານ ກໍໄດ້ໂອ້ລົມຕໍ່ຄະນະການນໍາຂັ້ນເມືອງ ສະແດງຄວາມຊົມເຊີຍ ຕີລາຄາສູງຕໍ່ວຽກງານຮອບດ້ານທີ່ປະຕິບັດໄດ້ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະນໍາຂອງເມືອງ ແລະ ແຂວງ ເອົາໃຈໃສ່ວຽກປ້ອງກັນຊາດປ້ອງກັນຄວາມສະຫງົບ ສ້າງໃຫ້ຄະນະພັກມີຄວາມເຂັ້ມແຂງໜັກແໜ້ນ  ໃຫ້ມີການຊຸກຍູ້ສົ່ງເສີມຂະຫຍາຍທຸລະກິດຂະໜາດນ້ອຍຂອງເມືອງໃຫ້ມີການພັດທະນາດີຂຶ້ນ ນຳໃຊ້ເຕັກນິກ-ກົນຈັກ ເພື່ອຂະຫຍາຍເນື້ອທີ່ ແລະ ພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນ ເອົາໃຈໃສ່ໃນການພັດທະນາສີມືແຮງງານພາຍໃນເມືອງ ເຮັດໃຫ້ສີລະປະຫັດຖະກຳມີການພັດທະນາ ເຊັ່ນ ສົ່ງເສີມຫັດຖະກຳແມ່ຍິງລາວຕ່ຳແຜ່ນແພ ປັ້ນໝໍ້ຫຼໍ່ໄຫ ຕ່ຳສາດຜື ເພື່ອສ້າງເປັນຜະລິດຕະພັນຂອງເມືອງ ວຽກງານທາງດ້ານປະຫວັດສາດ ແລະ ການທ່ອງທ່ຽວໃຫ້ສົ່ງເສີມທາງດ້ານການທ່ອງທ່ຽວໃຫ້ມີການພັດທະນາ   ຄຽງຄູ່ກັບວັດທະນະທໍາໃຫ້ດີກວ່າເກົ່າ ເອົາໃຈໃສ່ການພັດທະນາໂຮງໝໍຊຸມຊົນໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ ເພື່ອນຳໃຊ້ໃນການດຳລົງຊີວິດຂອງປະຊາຊົນໃຫ້ດີຂຶ້ນ.

   ນອກນັ້ນ ທ່ານປະທານສະພາ ຍັງໄດ້ລົງຕິດຕາມເບິ່ງການຜະລິດເຂົ້ານາແຊງຂອງໂຄງການນາໄຮ່ໃຫຍ່ ບ້ານຄໍ້ ເມືອງຈຳພອນ ມີເນື້ອທີ່ 50 ເຮັກຕາ ມີປະຊາຊົນເຮັດການຜະລິດ 22 ຄອບຄົວ  ຕິດຕາມ ເບິ່ງຊົນລະປະທານບ້ານແກ້ງກອກເໝືອ ໃນການສ້ອມແປງຄອງຊົນລະປະທານ ມີຄວາມຍາວ 1.023 ແມັດ ເຊິ່ງໄດ້ທຶນຊ່ວຍເຫຼືອຈາກສະຖານທູດຢີ່ປຸນ ມີ 68 ຄອບຄົວທີ່ເຮັດການຜະລິດເຂົ້ານາແຊງ ລົງຢ້ຽມຢາມໂຮງໝໍຊຸມຊົນເມືອງຈຳພອນ ແລະ ໄດ້ມອບຢາຈຳນວນໜຶ່ງໃຫ້ແກ່ຄະນະການນຳຂອງເມືອງ ເພື່ອໄປຮັບໃຊ້ປີ່ນປົວພໍ່ແມ່ປະຊາຊົນຊາວເມືອງຈຳພອນຕື່ມອີກ.

# ຂ່າວ- ພາບ :  ລັດເວລາ

error: Content is protected !!