ບ້ານໂພນໄຊ ມີລາຍຮັບສະເລ່ຍຕໍ່ຫົວຄົນ 24,7 ລ້ານກວ່າກີບຕໍ່ຄົນຕໍ່ປີ

    ລະຫວ່າງ ວັນທີ 4-9 ມັງກອນ 2022 ບ້ານໂພນໄຊ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ປະເມີນກວດກາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ແລະ ເປີດກອງປະຊຸມວຽກງານຮອບດ້ານຂອງບ້ານ ປະຈຳປີ 2021 ຢູ່ເດີ່ນກິລາຮົ່ມຂອງເມືອງ ໂດຍມີສະຫາຍນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານເມືອງຫົງສາ ສະຫາຍ ຄຳພັນ ມະຫາວົງສະນັ່ນ ເລຂາພັກຮາກຖານບ້ານ ນາຍບ້ານໂພນໄຊ ພ້ອມທີມງານລົງກໍ່ສ້າງຮາກຖານເມືອງ ຄະນະພັກຮາກຖານສະຫາຍສະມາຊິກພັກ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

     ສະຫາຍ ຄຳພັນ ມະຫາວົງສະນັ່ນ ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະ ລາຍງານສະຫຼຸບ ປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2021 ພ້ອມທັງວາງທິດທາງແຜນການປີ 2022 ໃຫ້ຮູ້ວ່າ: ບ້ານສາມາດສ້າງລາຍຮັບທັງໝົດໄດ້ 47,2 ຕື້ກວ່າກີບ ລາຍຮັບສະເລ່ຍຕໍ່ຫົວຄົນໜຶ່ງໄດ້ 24,7 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 2.574 ໂດລາ/ຄົນ/ປີ (ທຽບໃສ່ຄາດໝາຍ ປະຕິບັດໄດ້ 93,99%) ເຫັນໄດ້ວ່າການສ້າງເສດຖະກິດຂອງບ້ານແມ່ນມີທ່າຂະຫຍາຍຕົວ ປະຕິບັດແຜນງານລຶບລ້າງຄວາມທຸກຍາກຕາມມາດຖານຂອງລັດຖະບານໄດ້ໂດຍພື້ນຖານ.

    ຜ່ານການປະເມີນມາດຖານຕາມດໍາລັດ 348 ຂອງລັດຖະບານ ມີ 408 ຄອບຄົວທີ່ພົ້ນທຸກ ຫຼື ເທົ່າກັບ 99,75% ບໍ່ພົ້ນທຸກ 1 ຄອບຄົວ (ທຽບໃສ່ປີຜ່ານມາຫຼຸດລົງ 2 ຄອບຄົວ) ມີຄອບຄົວພັດທະນາ 394 ຄອບຄົວ ກວມເອົາ 96,33% ຍັງບໍ່ບັນລຸ 15 ຄອບຄົວ ຕີລາຄາບ້ານພົ້ນທຸກ ບັນລຸ 100% ຕີລາຄາບ້ານພັດທະນາ ບັນລຸ 100% ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ພ້ອມຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ແລະ ຄະນະພັກຮາກຖານບ້ານໂພນໄຊ ກໍ່ໄດ້ຮ່ວມສາມັກຄີຈັບມືກັນ ຜ່ານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອແຂ່ງຂັນກັບໜ່ວຍພັກອຶ່ນ.

# ຂ່າວ- ພາບ : ບຸນມີ

error: Content is protected !!