ພົບຜູ້ຕິດເຊື້ອພະຍາດໂຄວິດ 6 ຮ້ອຍກວ່າຄົນ ເສຍຊີວິດເພີ່ມອີກ 11 ລາຍ

    ພົບຜູ້ຕິດເຊື້ອພະຍາດໂຄວິດ 6 ຮ້ອຍກວ່າຄົນ ເສຍຊີວິດເພີ່ມອີກ 11 ລາຍ ປະຈໍາວັນທີ 10 ມັງກອນ ປີ 2022 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ວັນທີ 9 ມັງກອນ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.879 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 641 ຄົນ ໃນນີ້ຕິດເຊື້ອພາຍໃນ 637 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີຄື :

  • 173 ຄົນ
  • 76 ຄົນ
  • 42 ຄົນ
  • 41 ຄົນ
  • 39 ຄົນ
  • 30 ຄົນ
  • 26 ຄົນ
  • 25 ຄົນ
  • 23 ຄົນ
  • 21 ຄົນ
  • 17 ຄົນ
  • 14 ຄົນ
  • 13 ຄົນ
  • 8 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າມີ 4 ຄົນ ແຂວງຈໍາປາສັກ 2 ຄົນ ແລະ ນະຄອນຫຼວງ 2 ຄົນ ທັງໝົດກໍໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 119.521 ກໍລະນີ ອອກໂຮງໝໍ ວັນທີ 9 ມັງກອນ 311 ຄົນ ກຳລັງປິ່ນປົວ 7.149 ຄົນ ແລະ ເສຍຊີວິດສະສົມທັງໝົດ 448 ຄົນ ໃນນີ້ເສຍຊີວິດໃໝ່ 11 ຄົນ ເຊິ່ງຈາກນະຄອນຫຼວງວຽງຈັນ 3 ຄົນ ແຂວງອຸດົມໄຊ 2 ຄົນ ບໍ່ແກ້ວ 2 ຄົນ ໄຊສົມບູນ ວຽງຈັນ ຫົວພັນ ແລະ ແຂວງບໍລິຄໍາໄຊ ແຂວງລະ 1 ຄົນ.

# ຂ່າວ- ພາບ : ບຸນມີ

error: Content is protected !!