ຮ່ວມກັນຊຸກຍູ້ສົ່ງເສີມທາງດ້ານການຕະຫຼາດ

   ວັນທີ 7 ມັງກອນ 2022 ທ່ານ ສີສຸພັນ ບຸນສະເໜີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສັງທອງ ແລະ ທ່ານ ນາງ ຂັນທະລີ ແສງສຸລິເດດ ຮອງປະທານບູລິສັດ ເພີ່ມພູນຊັບຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ພ້ອມຄະນະ ໄດ້ລົງຊຸກຍູ້ ແລະ ເບິ່ງຄວາມເປັນໄປໄດ້ທາງດ້ານການຕະຫຼາດຈໍາໜ່າຍຜົນຜະລິດຂອງບໍລິສັດ ສົ່ງເສີມກະສິກໍາລາວ-ຈີນ ຈໍາກັດ ຢູ່ບ້ານຫ້ວຍຄໍາ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ອາຈູ່ ປະທານບໍລິສັດສົ່ງເສີມກະສິກໍາລາວ-ຈີນ ຈໍາກັດ. 

    ການລົງເຄື່ອນໄຫວຄັ້ງນີ້ ເພື່ອເປັນການຊຸກຍູ້ສົ່ງເສີມທາງດ້ານການຕະຫຼາດ ພ້ອມທັງເບິ່ງວິທີ ແລະ ຂັ້ນຕອນການຜະລິດຕ່າງໆໃນການປູກໝາກໂມສະອາດ ເຊິ່ງທ່ານ ອາຈູ່ ໃຫ້ຮູ້ວ່າ: ຕົນໄດ້ທໍາການຜະລິດກະສິກໍາສະອາດໂດຍນໍາໃຊ້ຝຸ່ນຊີວະພາບເປັນຕົ້ນຂີ້ງົວ ຂີ້ແບ້ ແລະ ອື່ນໆ ໄດ້ເລີ່ມມາແຕ່ປີ 2019 ເປັນຕົ້ນມາ ເຊິ່ງໄດ້ເຊົ່າດິນນໍາປະຊາຊົນບ້ານຫ້ວຍຄໍາ ຈໍານວນ 11 ເຮັກຕາ ໃນເບື້ອງຕົ້ນ ໄດ້ທົດລອງປູກໝາກໂມກອບ ເນື້ອສີເຫຼືອງ ແລະ ສີບົວ ໃນເນື້ອທີ່ 5 ເຮັກຕາ ໃຊ້ແຮງງານພຽງແຕ່ 5 ຄົນ ຜ່ານການປູກ ເຫັນວ່າຈໍານວນຜູ້ບໍລິໂພກນັບມື້ເພີ່ມຂຶ້ນ ແລະ ຕະຫຼາດມີຄວາມຕ້ອງການຫຼາຍ ຈຶ່ງໄດ້ຂະຫຍາຍເນື້ອທີ່ປູກຕື່ມ ປັດຈຸບັນ ມີເນື້ອທີ່ປູກ 6 ເຮັກຕາ ແລະ ໃຊ້ແຮງງານ 8 ຄົນ ພ້ອມນັ້ນ ຍັງໄດ້ປູກໝານເຜັດໃຫຍ່ໃນເນື້ອທີ່ 6.700 ຕາແມັດ ເພື່ອສົ່ງໃຫ້ຕາມທ້ອງຕະຫຼາດພາຍໃນນະຄອນຫຼວງວຽງຈັນ ໂດຍສະເພາະຕະຫຼາດຊັງຈຽງ ພ້ອມນັ້ນຍັງໄດ້ຈັດສົ່ງຕາມຮ້ານອາຫານ ແລະ ສົ່ງອອກໄປປະເທດຈີນຕື່ມອີກ ສະເລ່ຍ ສາມາດສ້າງລາຍຮັບໄດ້ເຖິງ 3.000.000 ກີບຕໍ່ປີ ແລະ ທິດທາງໃນຕໍ່ໜ້າ ຈະຂະຫຍາຍເນື້ອທີ່ປູກຕື່ມອີກ ເພື່ອໃຫ້ສັງຄົມໄດ້ບໍລິໂພກກະສິກໍາສະອາດໃຫ້ທົ່ວເຖິງ. 

    ທ່ານ ສີສຸພັນ ບຸນສະເໜີ ໃຫ້ສໍາພາດວ່າ: ເພື່ອເປັນການສົ່ງເສີມກະສິກໍາສະອາດຖືກຕ້ອງຕາມຫຼັກວິຊາການ ຕົນເອງພ້ອມທັງທີມງານ ໄດ້ລົງຕິດຕາມກວດກາເປັນແຕ່ລະອາທິດ ພ້ອມນັ້ນ ຫ້ອງການກະສິກໍາໄດ້ເອົາໃຈໃສ່ຕິດແທດດ້ານວິຊາການ ລົງມາແລກປ່ຽນ ຊີ້ນໍາພາການປູກຂອງສວນຂອງບໍລິສັດສົ່ງເສີມກະສິກໍາລາວ-ຈີນ ຈໍາກັດ ເພື່ອຫຼີກລ່ຽງການນໍາໃຊ້ຝຸ່ນສານເຄມີໃນລັກສະນະທີ່ເລັ່ງຜົນຜະລິດໃຫ້ໄດ້ໝາກຜົນ ຜ່ານການຕິດຕາມກວດກາ ເຫັນວ່າການປູກຂອງເພິ່ນຖືກຕ້ອງຕາມາດຕະຖານກະສິກໍາສະອາດ ສາມາດສົ່ງອອກຕະຫຼາດໄດ້ ແລະ ເປັນທີ່ຍອມຮັບຂອງຜູ້ບໍລິໂພກ. 

    ທ່ານ ນາງ ຂັນທະລີ ແສງສຸລິເດດ ໃຫ້ສໍາພາດຕື່ມອີກວ່າ: ໃນນາມທີ່ຕົນເປັນບໍລິສັດທີ່ຈໍາໜ່າຍພືດກະສິກໍາອິນຊີ ແລະ ກະສິກໍາສະອາດມາໄດ້ຫຼາຍປີ ແລະ ຕົນກໍເຫັນວ່າຜົນຜະລິດຈາກສວນບໍລິສັດສົ່ງເສີມກະສິກໍາລາວ-ຈີນ ຈໍາກັດ ເປັນຜົນຜະລິດກະສິກໍາສະອາດ ໄດ້ຮັບໃບຢັ້ງຢືນຈາກກະຊວງກ່ຽວຂ້ອງ ພ້ອມນັ້ນ ຕົນກໍໄດ້ຮ່ວມມືກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງ ໃນການນໍາເອົາຜົນຜະລິດພືດຜັກກະສິກໍາອິນຊີໄປຈໍາໜ່າຍສູ່ທ້ອງຕະຫຼາດ  ດ້ວຍເຫດຜົນທີ່ກ່າວມານັ້ນ  ຕົນຈຶ່ງໄດ້ເຂົ້າມີສ່ວນຮ່ວມໃນການຊອກຕະຫຼາດຈໍາໜ່າຍໝາກໂມກອບຂອງບໍລິສັດດັ່ງກ່າວ ເຊິ່ງເປັນປີທໍາອິດ ເພື່ອໃຫ້ເຂົ້າເຖິງຕະຫຼາດ ກໍຄືຜູ້ບໍລິໂພກຢ່າງທົວເຖິງ ໃນນີ້ຕົນຈະນໍາໝາກໂມໄປຂາຍຢູ່ຕະຫຼາດກະສິກໍາອິນຊີໄອ-ເຕັກ ໃນວັນພຸດ ແລະ ວັນເສົາ ມື້ລະ 5.000 ກິໂລ ພ້ອມນັ້ນ ຍັງຈະຈັດສົ່ງຕາມຮ້ານຕ່າງໆທີ່ຕົນໄດ້ຈັດສົ່ງຜັກໃຫ້ແຕ່ລະອາທິດຕື່ມອີກ.

.​   # ຂ່າວ ພາບ : ຂັນທະວີ

error: Content is protected !!