ສຕລ ຊີ້ແຈງສາເຫດທີ່ເຮັດໃຫ້ທີມຊາດລາວຜົນງານບໍ່ດີໃນການເຂົ້າຮ່ວມແຂ່ງຂັນ AFF SUZUKI CUP 2020

    ຕອນບ່າຍ ວັນທີ 7 ມັງກອນ 2022 ທີ່ຫ້ອງປະຊຸມສູນເຝີກສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສະໜາມກິລາແຫ່ງຊາດຫຼັກ 16 ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບການສົ່ງນັກກິລາບານເຕະທີມຊາດລາວເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊຽນ ປະຈຳປີ 2020 (AFF SUZUKI CUP 2020) ທີ່ປະເທດສິງກະໂປ ເປັນເຈົ້າພາບ ເມື່ອຕົ້ນເດືອນທັນວາ 2021 ຜ່ານມາ ໂດຍມີທ່ານ ຄໍາແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສຕລ ແລະ ສື່ມວນຊົນເຂົ້າຮ່ວມ.​ 

    ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ທີມຊາດລາວຖືກຈັດຢູ່ໃນກຸ່ມ B ປະກອບມີ: ຫວຽດນາມ ມາເລເຊຍ ອິນໂດເນເຊຍ ກໍາປູເຈຍ ແລະ ລາວ. ຜ່ານການແຂ່ງຂັນໃນຮອບແບ່ງກຸ່ມ ທີມຊາດລາວ ພາຍໃຕ້ການຄຸມທີມຂອງທ່ານ ເຊວາໄຣ ເວັນກາດາຣາມ ຄູຝຶກຊາວສິງກະໂປ ປະລາໄຊທັງ 4 ນັດ ເສຍໄປທັງໝົດ 14 ປະຕູ ແລະ ຍິງໄດ້ພຽງແຕ່ 1 ປະຕູ ໂດຍເສຍໃຫ້ທີມຊາດຫວຽດນາມ 0-2 ເສຍໃຫ້ທີມຊາດມາເລເຊຍ 0-4 ເສຍໃຫ້ທີມຊາດອິນໂດເນເຊຍ 1-5 ແລະ ເສຍໃຫ້ທີມຊາດກຳປູເຈຍອີກ 0-3. ເຮັດໃຫ້ບໍ່ມີຈັກຄະແນນ ຢູ່ອັບດັບສຸດທ້າຍຂອງຕາລະລາງ. 

    ສາເຫດທີ່ເຮັດໃຫ້ທີມຊາດລາວຜົນງານບໍ່ດີໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ຍ້ອນຫຼາຍສາເຫດ ເປັນຕົ້ນການແຂ່ງຂັນບານເຕະລາຍການຕ່າງໆພາຍໃນປະເທດເຮົາຖືກໂຈະການແຂ່ງຂັນ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກກິລາບໍ່ໄດ້ລົງແຂ່ງຢ່າງຕໍ່ເນື່ອງ ນັກກິລາທີມຊາດຊຸດນີ້ມີເວລາເຂົ້າສູນເຝິກຊ້ອມບໍ່ພຽງພໍ ຂະນະທີ່ 4 ທີມຢູ່ຮ່ວມກຸ່ມດຽວ ລ້ວນແຕ່ມີສະໂມສອນບານເຕະອາຊີບ ແລະ ມີນັກກິລາໄປແຂ່ງຂັນຢູ່ບັນດາລີກໃນຕ່າງປະເທດ ສ່ວນລາວເຮົາມີພຽງສະໂມສອນກິລາເຄີ່ງອາຊີບ ມີນັກກິລາທີ່ເປັນຕົວເລືອກຕິດທີມຊາດໜ້ອຍ ແລະ ນັກກິລາສ່ວນໃຫຍ່ຍັງໜຸ່ມນ້ອຍ ມີປະສົບການບໍ່ຫລາຍ ສ່ວນນັກກິລາທີ່ມີປະສົບການ ແລະ ມີຄວາມສາມາດຫຼາຍຄົນບໍ່ສາມາດເຂົ້າຮ່ວມແຂ່ງຂັນໃນລະດັບທີມຊາດໄດ້ ຍ້ອນຖືກລົງໂທດຈາກສະຫະພັນບານເຕະສາກົນ ຫຼື FIFA ເພາະມີສ່ວນພົວພັນກັບການລັອກຜົນບານ. ສໍາລັບນັກກິລາລາວແຂ່ງຂັນຢູ່ຕ່າງປະເທດທີ່ຮຽກຕົວມາຕິດທີມຊາດແມ່ນມີເວລາເຝິກຊ້ອມກັບໝູ່ໃນທີມໜ້ອຍເກີນໄປ. 

    ໃນການຖະແຫຼງຂ່າວຄັ້ງນີ້ ຍັງໄດ້ປະກາດແຕ່ງຕັ້ງທ່ານ ໄມເຄິນ ໄວສ໌ ຄູຝຶກຊາວເຢຍລະມັນ ອາຍຸ 56 ປີ ເຂົ້າມາຄຸມທີມຊາດລາວ ດ້ວຍການເຊັນສັນຍາ 3 ປີ ແລະ ຈະຄຸມທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ເຂົ້າຮ່ວມບານເຕະຊາຍ ອາຍຸບໍ່ເກີນ 23 ປີ ( AFF U23 Championship 2022 ) ຊິງແຊັມອາຊຽນ 2022 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນລະຫວ່າງວັນທີ 14-26 ກຸມພາ 2022 ລວມເຖີງຈະຄຸມທີມຊາດລາວເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ XXXI ທີ່ ສສ ຫວຽດນາມ ຈະເປັນເຈົ້າພາບຈັດຂຶ້ນພາຍໃນເດືອນພຶດສະພາ 2022 ນີ້​ ສ່ວນຜູ້ເຝີກສອນຊາວສິງກະໂປທີ່ເຄີຍຄຸມທີມຊຸດດັ່ງກ່າວຜ່ານມາ ແມ່ນໃຫ້ໄປຄຸມທີມເຍົາວະຊົນແທນ ເພື່ອພັດທະນານັກກີລາກ້າວຂື້ນສູ່ລະດັບທີມຊາດຊຸດໃຫຍ່ໃຫ້ຫຼາຍຂື້ນ.​   

# ຂ່າວ ພາບ : ລັດເວລາ

error: Content is protected !!