ກວດພົບເຊື້ອໂຄວິດ-19 ໃໝ່ 1.020 ຄົນ ເສຍຊີວິດ 10 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ຮັບຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 7 ມັງກອນ 2022 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 6 ມັງກອນ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.475 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.020 ຄົນ (ຕິດເຊື້ອພາຍໃນ 1.018 ຄົນ ແລະ ນໍາເຂົ້າ 2 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1.018 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 432 ຄົນ
  2. ຫຼວງພະບາງ 83 ຄົນ
  3. ໄຊຍະບູລີ 80 ຄົນ
  4. ອຸດົມໄຊ 67 ຄົນ
  5. ຫຼວງນໍ້າທາ 62 ຄົນ
  6. ວຽງຈັນ 46 ຄົນ
  7. ຜົ້ງສາລີ 36 ຄົນ
  8. ບໍ່ແກ້ວ 34 ຄົນ
  9. ຊຽງຂວາງ 34 ຄົນ
  10. ຫົວພັນ 32 ຄົນ
  11. ບໍລິຄໍາໄຊ 26 ຄົນ
  12. ໄຊສົມບູນ 23 ຄົນ
  13. ຈໍາປາສັກ 15 ຄົນ
  14. ເຊກອງ 15 ຄົນ
  15. ຄໍາມ່ວນ 12 ຄົນ
  16. ສາລະວັນ 10 ຄົນ
  17. ສະຫັວນນະເຂດ 8 ຄົນ
  18. ອັດຕະປື 3 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 2 ຄົນ ແມ່ນຢູ່ນະຄອນຫຼວງວຽງຈັນ ກໍໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ 116.890 ກໍລະນີ ອອກໂຮງໝໍວັນທີ 6 ມັງກອນ 2022 1.435 ຄົນ ກຳລັງປິ່ນປົວ 7.064 ຄົນ ແລະ ເສຍຊີວິດສະສົມທັງໝົດ 421 ຄົນ (ເສຍຊີວິດໃໝ່ 10 ຄົນ) ຜູ້ເສຍຊີວິດໃໝ່ 10 ຄົນ ຈາກນະຄອນຫຼວງ 7 ຄົນ ແຂວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 1 ຄົນ.

    ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອໂຄວິດ-19 ທົ່ວປະເທດສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດເພີ່ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍຍັງມີບໍລິການກວດເຄື່ອນທີ່ໃນຈຸດ ຫຼື ບ້ານທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.

    ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນ ຈຸດກວດຄົງທີ່ ສະໜາມກີລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ໜ່ວຍກວດເຄື່ອນທີ່:ສຳລັບເມືອງໄຊທານີ ສີສັດຕະນາກ ສີໂຄດຕະບອງ ມີເມືອງລະ 1 ທີມ ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 2 ທີມ. ຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນ ມີໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍສູນກາງ 103 ກອງທັບ ໂຮງໝໍ 5 ເມສາ ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ ໂຮງໝໍເມືອງ 9 ຕົວເມືອງ ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ) ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ) ສຳລັບຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.

..# ຂ່າວ- ພາບ : ສີພອນ

error: Content is protected !!