ພິທີເຊັນສັນຍາລະຫວ່າງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ກະຊວງພາຍໃນ ແລະ ບໍລິສັດ WCC Group B.V ປະເທດໂຮນລັງ ໃນການພັດທະນາລະບົບຊອຟແວຣ໌ຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ (eCRVS) ຈັດຂຶ້ນວັນທີ 6 ມັງກອນ 2022 ທີ່ກະຊວງພາຍໃນ (ຜ່ານລະບົບທາງໄກ) ລົງນາມໂດຍທ່ານນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ທ່ານ Jan Jensen CEO ບໍລິສັດ WCC Group B.V ເປັນກຽດເຂົ້າຮ່ວມຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແລະ ຂະແໜງການກ່ຽວຂ້ອງ.

ກະຊວງພາຍໃນ (ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ) ໄດ້ດໍາເນີນການປະມູນສາກົນຈັດຊື້ລະບົບຊອຟແວຣ໌ຄຸ້ມຄອງພົນລະເມືອງເອເລັກໂຕຣນິກ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຈັດຊື້ ແລະ ລະບຽບຂອງທະນາຄານໂລກ ຜ່ານການປະມູນຈັດຊື້ສາກົນ ມີບໍລິສັດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມມີ 20 ບໍລິສັດ ໂດຍແມ່ນບໍລິສັດ WCC Group B.V ປະເທດໂຮນລັງເປັນບໍລິສັດທີ່ຊະນະການປະມູນ ເນື່ອງຈາກມີມາດຖານເງື່ອນໄຂ ແລະ ມີບົດຮຽນປະສົບການດ້ານການພັດທະນາລະບົບຊອຟແວຣ໌ (HERA) ວຽກງານຄຸ້ມຄອງພົນລະເມືອງ (eCRVS ) ສອດຄ່ອງຕາມມາດຖານເງື່ອນໄຂທີ່ໄດ້ກໍານົດໄວ້ໃນເອກະສານປະມູນ (RFB) ມູນຄ່າ 3.218.600 ໂດລາສະຫະລັດ ເທົ່າກັບ 35.806.925.000 ກີບ ລວມທັງອາກອນ.

ໂຄງການດັ່ງກ່າວ ມີໄລຍະເວລາການຈັດຕັ້ງປະຕິບັດ 38 ເດືອນ ແບ່ງອອກເປັນ 4 ໄລຍະ ຄືໄລຍະທີ 1 ແມ່ນຈະໄດ້ຈັດຕັ້ງປະຕິບັດຢູ່ສາມແຂວງຄື ນະຄອນຫຼວງວຽງຈັນ ຫຼວງພະບາງ ແລະ ແຂວງຈໍາປາສັກ ໃນໄຕມາດທີສາມຂອງປີ 2022 ໄລຍະທີ 2 ຈະໄດ້ຈັດຕັ້ງປະຕິບັດຢູ່ສີ່ແຂວງຄື ແຂວງອຸດົມໄຊ ຊຽງຂວາງ ຫົວພັນ ແລະ ແຂວງຜົ້ງສາລີ ໃນໄຕມາດທີສີ່ຂອງປີ 2022 ໄລຍະທີ 3 ຈະຈັດຕັ້ງປະຕິບັດຢູ່ສີ່ແຂວງ ມີ ແຂວງບໍ່ແກ້ວ ບໍລິຄໍາໄຊ ຄໍາມ່ວນ ແລະ ແຂວງສະຫວັນນະເຂດ ໃນໄຕມາດທີໜຶ່ງຂອງປີ 2023 ໄລຍະທີ 4 ຈະຈັດຕັ້ງປະຕິບັດຢູ່ 7 ແຂວງ ມີ ແຂວງອັດຕະປຶ ຫຼວງນໍ້າທາ ສາລະວັນ ເຊກອງ ວຽງຈັນ ໄຊຍະບູລີ ແລະ ແຂວງໄຊສົມບູນ ໃນໄຕມາດທີສອງ ແລະ ໄຕມາດທີສາມຂອງປີ 2023.
..
# ຂ່າວ- ພາບ : ອົ່ນ ໄຟສົມທອງ