ອຸຍນິເຊັບ ມອບອຸປະກອນ IT ໃຫ້ວິທະຍຸ 18 ແຂວງ

    ເພື່ອຊ່ວຍອໍານວຍຄວາມສະດວກໃຫ້ແກ່ການຈັດກິດຈະກໍາຕ່າງໆຂອງກຸ່ມສື່ຊາວໜຸ່ມໃນທົ່ວປະເທດ ລວມທັງການຜະລິດລາຍການວິທະຍຸຂອງຊາວໜຸ່ມ ການຝຶກອົບຮົມການສົ່ງເສີມຄວາມຮັບຮູ້ທີ່ກ່ຽວຂ້ອງກັບເດັກຜ່ານສື່ສັງຄົມ ແລະ ຊ່ວຍອໍານວຍຄວາມສະດວກໃນການສື່ສານທາງອອນໄລ ລະຫວ່າງວິທະຍຸກະຈາຍສຽງແຫ່ງຊາດລາວ ອົງການອຸຍນິເຊັບ ແລະ ທີມງານສື່ຊາວໜຸ່ມຂັ້ນແຂວງ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19. 

    ວັນທີ 6 ມັງກອນ 2022 ອົງການອຸຍນິເຊັບໄດ້ມອບອຸປະກອນ IT ໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ ກ່າວມອບໂດຍ ທ່ານເດວິດ ດັນແຄນ ວ່າການຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາ ສປປ ລາວ ກ່າວຮັບໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ການມອບອຸປະກອນ IT ໃນຄັ້ງນິ້ ແມ່ນການຊ່ວຍເຫຼືອພາຍໃຕ້ໂຄງການລະຫວ່າງອົງການອຸຍນິເຊັບ ປະຈຳ ສປປ ລາວ ແລະ ຄະນະກຳມາທິການແຫ່ງຊາດອີຕາລີ ກ່ຽວກັບວິທະຍຸ ສື່ສັງຄົມ ເລະ ການສ້າງທັກສະຕ່າງໆໃຫ້ແກ່ສຽງຊາວໜຸ່ມ ອຸປະກອນທີ່ໄດ້ມອບໃນຄັ້ງນີ້ ລວມມີແລັບທັອບ 18 ເຄື່ອງ  ໃຫ້ແກ່ກຸ່ມສື່ຊາວໜຸ່ມໃນ 18 ແຂວງທົ່ວປະເທດ ເຄື່ອງປະສົມສຽງ (mixer) ແລະ ຄອມພິວເຕີ iMac ຢ່າງລະຊຸດໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ວິທະຍຸກະຈາຍສຽງຊາວໜຸ່ມລາວ ຄື້ນ FM90 ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. 

    ທ່ານ ໂພສີ ແກ້ວມະນີວົງ ກ່າວວ່າ: “ ພວກເຮົາຂໍສະແດງຄວາມຂອບໃຈມາຍັງອົງການອຸຍນິເຊັບ ສຳລັບການສະໜັບສະໜຸນອັນມີຄ່ານີ້ ເຊີ່ງຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ກິດຈະກໍາຕ່າງໆຂອງກຸ່ມສື່ຊາວໜຸ່ມພາຍໃຕ້ສະພາບການທີ່ທ້າທາຍຂອງການລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນວ່າພວກເຮົາສາມາດສືບຕໍ່ວຽກງານສົ່ງເສີມ ແລະ ລາຍງານກ່ຽວກັບປະເດັນຕ່າງໆຂອງເດັກ ແລະ ຊາວໜຸ່ມລາວ.” ນອກນັ້ນ ພາຍໃຕ້ການຮ່ວມງານກັບຄະນະກຳມາທິການແຫ່ງຊາດອີຕາລີ ອົງການອຸຍນິເຊັບຍັງໄດ້ມອບລະບົບໂທລະໂຄ່ງ 33 ຊຸດເພື່ອຊ່ວຍເຜີຍແຜ່ຂໍ້ມູນຂ່າວສານສໍາລັບຊຸມຊົນຊົນຢູ່ຊົນນະບົດໃນ 18 ແຂວງຂອງ ສປປ ລາວ ໃນຫົວຂໍ້ຕ່າງໆກ່ຽວກັບສະຫວັດດີພາບຂອງເດັກ ແລະແມ່ຍິງ ເຊັ່ນ: ການສັກວັກຊີນກັນພະຍາດ ໂພຊະນາການ ນໍ້າ ແລະ ສຸຂາພິບານ ການສຶກສາ ການປົກປ້ອງເດັກ ໂດຍຄຽງຄູ່ກັບຂໍ້ມູນຂ່າວສານກ່ຽວກັບການລະບາດຂອງພະຍາດໂຄວິດ-19. ລວມມູນຄ່າລວມຂອງອຸປະກອນ IT ແລະ ໂທລະໂຄ່ງທີ່ມອບໃນຄັ້ງນີ້ ແມ່ນ 60.000 ກ່ວາໂດລາສະຫະລັດ. 

    ທ່ານເດວິດ ດັນແຄນ ກ່າວວ່າ: ນັບແຕ່ປີ 2004 ເປັນຕົ້ນມາ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເຮັດວຽກຮ່ວມກັນກັບອົງການອຸຍນິເຊັບ ເພື່ອສົ່ງເສີມສະຫວັດດີພາບຂອງເດັກທຸກຄົນໃນ ສປປ ລາວ ໂດຍສະເພາະເມື່ອເວົ້າເຖິງການມີສ່ວນຮ່ວມຂອງຊາວໜຸ່ມ ພວກເຮົາຫວັງວ່າອຸປະກອນຫຼ້າສຸດທີ່ໄດ້ສະໜອງໃຫ້ນີ້ ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມສື່ຊາວໜຸ່ມໃນທົ່ວປະເທດ ເພື່ອສົ່ງເສີມສະຫວັດດີພາບຂອງເດັກ  ແລະ ຊາວໜຸ່ມລາວທັງໝົດ ພ້ອມທັງເພື່ອເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງກ່ຽວກັບການລະບາດຂອງພະຍາດໂຄວິດ-19 ເພື່ອຕ້ານຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ.” ໃນປີ 2022 ວິທະຍຸກະຈາຍສຽງແຫ່ງຊາດລາວ  ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຍັງຈະຈັດຕັ້ງປະຕິບັດໂຄງການໃຫ້ຄໍາປຶກສາເມື່ອສະຖານະການຂອງພະຍາດໂຄວິດ-19 ອະນຸຍາດໃຫ້ເຮັດໄດ້.

.

    ..# ຂ່າວ- ພາບ : ໄຊບັນດິດ

error: Content is protected !!