ກວດພົບສາຍພັນ Omicron ກໍລະນີທຳອິດ ໃນລາວ

    ວັນທີ 6 ມັງກອນ 2022 ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບການກວດພົບສາຍພັນ Omicron ກໍລະນີທຳອິດໃນ ສປປລາວວ່າ: 

    ວັນທີ 2 ມັງກອນ 2022 ໄດ້ມີຖ້ຽວບີນ AK 7552 ຈາກປະເທດມາເລເຊຍ ເດີນທາງມາ ສປປ ລາວ ໃນຖ້ຽວບີນດັ່ງກ່າວ ມີຜູ້ເດີນທາງມານຳກັນທັງໝົດ 42 ຄົນ ທຸກຄົນໄດ້ຖືກເກັບຕົວຢ່າງ ແລະ ກວດພົບຜູ້ຕິດເຊື້ອ COVID-19 2 ຄົນ ເຊີ່ງເປັນຄອບຄົວດຽວກັນ ໃນນີ້ ພົບສາຍພັນ Omicron 1 ຄົນ ເປັນເພດຍິງ ຄົນເຈັບຜູ້ຕິດເຊື້ອສາຍພັນ Omicron ມີປະຫວັດເດີນທາງຈາກປະເທດອິນເດຍ ໂດຍຜ່ານສີລັງກາ ແລ້ວມາຕໍ່ຍົນຢູ່ປະເທດມາເລເຊຍ ເມື່ອມາຮອດ ສປປ ລາວ ຜູ້ໂດຍສານທັງໝົດ ພ້ອມດ້ວຍຈຸບີນ ໄດ້ເກັບຕົວຢ່າງກວດຫາເຊື້ອຕາມລະບຽບການກັ່ນຕອງຜູ້ທີ່ເດີນທາງມາຈາກຕ່າງປະເທດ ພ້ອມທັງກວດຫາສາຍພັນ. ຄົນເຈັບດັ່ງກ່າວໄດ້ສັກຢາວັກຊີນຄົບໂດສ ປັດຈຸບັນ ບໍ່ມີອາການສະແດງ ແລະ ໄດ້ນຳສົ່ງຜູ້ກ່ຽວໄປປີ່ນປົວໃນສະຖານທີ່ກຳນົດໄວ້. 

    ຕໍ່ກັບການຄົ້ນພົບສາຍພັນ Omicron ຄະນະສະເພາະກິດ ກໍຄືກະຊວງສາທາລະນະສຸກ ໄດ້ອອກມາດຕະການຮີບດ່ວນ ເພື່ອສະກັດກັ້ນບໍ່ໃຫ້ການລະບາດແຜ່ອອກສູ່ວົງກ້ວາງ. 

    ສຳລັບຈຸບີນ ແລະ ເຈົ້າໜ້າທີ່ທີ່ສຳຜັດກັບຜູ້ໂດຍສານໃນຖ້ຽວບີນດັ່ງກ່າວ ເຊັ່ນ: ຕມ ພະນັກງານຂັບລົດສົ່ງຜູ້ໂດຍສານໄປໂຮງແຮມ ຈຳກັດບໍລິເວນ ພະນັກງານຕ້ອນຮັບໂຮງແຮມ ແມ່ນໃຫ້ແຍກປ່ຽວທັນທີ ແລະ ໃຫ້ຈຳກັດບໍລິເວນໃຫ້ຄົບ 14 ວັນ ພ້ອມທັງເກັບຕົວຢ່າງກວດຫາເຊື້ອດ່ວນ ແລະ ຕິດຕາມອາການຂອງຕົນເອງ ຖ້າພົບອາການໄຂ້ ໄອ ຫັນໃຈຍາກ ແມ່ນໃຫ້ແຈ້ງເຈົ້າໜ້າທີ່ ຫຼື ແພດດ່ວນ. 

    ສຳລັບມາດຕະການໃນຕໍ່ໜ້າ: ຄະນະສະເພາະກິດ ຈະໄດ້ເຂັ້ມງວດໃນການກັ່ນຕອງຜູ້ທີ່ເດີນທາງມາຈາກຕ່າງປະເທດ ໂດຍສະເພາະ ຈາກບັນດາປະເທດທີ່ມີລາຍງານການລະບາດຂອງ Omicron ເລັ່ງການສັກຢາວັກຊີນໃຫ້ໄດ້ບັນລຸເກີນ 70% ລວມທັງເຂັມກະຕຸ້ນ ເພື່ອໃຫ້ປະຊາຊົນມີພູມປ້ອງກັນຕໍ່ການຕິດເຊື້ອ ແລະ ຄະນະສະເພາະກິດຈະມີການລາຍງານຖະແຫຼງຂ່າວຄວາມຄືບໜ້າປະຈຳວັນ.

..# ຂ່າວ- ພາບ : ຂັນທະວີ

error: Content is protected !!