ສປປ ລາວ ໄດ້ຮັບການຊ່ວຍເຫຼືອວັກຊີນ AstraZeneca ຈາກອັງກິດ 321.760 ໂດສ

    ພິທີມອບ-ຮັບວັກຊີນປ້ອງກັນພະຍາດໂຄວິດ-19 AstraZeneca ຈາກສະຫະລາຊະອານາຈັກອັງກິດ 321.760 ໂດສ  ຈັດຂຶ້ນວັນທີ 5 ມັງກອນ 2022 ຢູ່ກະຊວງສາທາລະນະສຸກ ກ່າວມອບໂດຍທ່ານ ແຄລໂຊ ກຣີຊັ້ນ ອຸປະທູດສະຖານເອກອັກຄະລາຊະທູດອັງກິດ ປະຈໍາ ລາວ ແລະ ກ່າວຮັບໂດຍທ່ານ  ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ມີຄວາມຍິນດີທີ່ໄດ້ຮັບວັກຊິນຊຸດໃໝ່ ເຊິ່ງວັກຊີນເຫຼົ່ານີ້ ໄດ້ເຂົ້າມາລາວດ້ວຍການຂົນສົ່ງທາງບົກຜ່ານທາງປະເທດໄທ  ຂໍສະແດງຄວາມຂອບໃຈມາຍັງລັດຖະບານແຫ່ງສະຫະລາຊະອານາຈັກອັງກິດ ຕໍ່ການປະກອບສ່ວນອັນສໍາຄັນໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນຢາງໃຫຍ່ຫຼວງເຂົ້າໃນການຊຸກຍູ້ໃຫ້ປະເທດລາວໄດ້ສືບຕໍ່ແຈກຢາຍວັກຊີນ ໂດຍສະເພາະໃນໄລຍະນີ້ ທີ່ທາງປະເທດລາວພວມໃຫ້ການບໍລິການວັກຊີນເຂັມທີ 3 ໃຫ້ແກ່ປະຊາຊົນ ມີອັດຕາການປົກຄຸມການສັກວັກຊີນໃຫ້ບັນລຸເປົ້າໝາຍເທື່ອລະກ້າວ.

     ທ່ານ ແຄສໂຊ ກຣີຊັ3ນ ກ່າວວ່າ: ການບໍລິຈາກວັກຊີນຄັ້ງນີ້ ແມ່ນເປັນການສືບຕໍ່ຊ່ວຍເຫຼືອເພື່ອໃຫ້ຕໍ່ເນື່ອງຈາກການມອບວັກຊິນ AstraZeneca 415.000ໂດສ ໃນເທື່ອທໍາອິດກ່ອນໜ້ານີ້ຂອງພວກເຮົາ ໃນເດືອນສິງຫາ 2021 ຜ່ານມາ ລວມທັງໝົດ 2 ຄັ້ງ ເປັນຈໍານວນ 736.760 ໂດສ ພວກເຮົາຮູ້ດີວ່າ ວັກຊີນເຫຼົ່ານີ້ໄດ້ມາເຖິງໃນເວລາທີ່ສໍາຄັນສໍາລັບກະຊວງສາທາລະນະສຸກ ຍ້ອນທາງກະຊວງສາທາແມ່ນເລີ່ມຕົ້ນໃຫ້ບໍລິການສັກວັກຊິນເຂັມທີ 3 ຫຼື ເປັນເຂັມກະຕຸ້ນ ໃຫ້ແກ່ບຸກຄົນທີ່ໄດ້ຮັບຄົບຕາມຈໍານວນ 

    ການຈັດສົ່ງວັກຊີນຊຸດໃໝ່ເຫຼົ່ານີ້ ຈະປະກອບສ່ວນເຂົ້າໃນການເພີ່ມທະວີການສ້າງພູມຄຸ້ມກັນຂອງປະຊາຊົນລາວໂດຍລວມຢ່າງແນ່ນອນ ເຊິ່ງຈະເສີມສ້າງຄວາມເຂັ້ມແຂງໃຫ້ກັບຂີດຄວາມສາມາດໃນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ພ້ອມທັງສືບຕໍ່ແຜນຍຸດທະສາດໃນການກະກຽມຄວາມພ້ອມຂອງການເປີດປະເທດຄືນໃໝ່ ທີ່ໄດ້ເລີ່ມຕົ້ນຂຶ້ນໃນວັນທີ 1 ມັງກອນທີ່ຜ່ານມາ ເຊິ່ງໄດ້ມີການຕ້ອນຮັບບັນດານັກທ່ອງທ່ຽວຕ່າງປະເທດເປັນຊຸດທໍາອິດສູ່ປະເທດລາວ ໄປຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ.

# ຂ່າວ ພາບ : ລັດເວລາ

error: Content is protected !!