ປະກາດການຈັດຕັ້ງຮອງປະທານ ສວສສຊ

    ພິທີປະກາດການຈັດຕັ້ງຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຈັດຂຶ້ນວັນທີ 6 ມັງກອນ 2022 ຢູ່ສະຖາບັນດັ່ງກ່າວ ໂດຍມີທ່ານ ສອນທະນູ ທຳມະວົງ ປະທານ ສວສສຊ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຄະນະປະທານ ສວສສຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂດຍປະຕິບັດມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແລະ ນິຕິກຳທີ່ກ່ຽວຂ້ອງ ວ່າດ້ວຍການປັບປຸງຊັບຊ້ອນ ແລະ ຍົກຍ້າຍພະນັກງານນຳພາຄຸ້ມຄອງ ເພື່ອປະຕິບັດໜ້າທີ່ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ເພື່ອຮັບປະກັນວຽກງານໃຫ້ມີປະສິດທິຜົນ ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດຈະເຈີນກ້າວໜ້າ ເຊິ່ງຄະນະເລຂາທິການສູນກາງພັກ ອອກຄໍາສັ່ງຕົກລົງ ຍົກຍ້າຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ອະອີດຮອງປະທານ ສວສສຊ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຍົກຍ້າຍທ່ານນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ມາເປັນຮອງປະທານ ສວສສຊ ຜູ້ໃໝ່ ເພື່ອສືບຕໍ່ຊີ້ນໍາ-ນຳພາວຽກງານໃນຂົງເຂດ ສວສສຊ ທີ່ຕົນຮັບຜິດຊອບມີຜົນສຳເລັດຍິ່ງຂຶ້ນ.

   ການຊັບຊ້ອນພະນັກງານນຳພາຄຸ້ມຄອງຄັ້ງນີ້ ເປັນເລື່ອງປົກກະຕິຂອງການປັບປຸງກົງຈັກການຈັດຕັ້ງຂອງພັກ-ລັດເຮົາ ເພື່ອອີງໃສ່ຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ແທດເໝາະ ເພື່ອຮັບປະກັນວຽກງານໃຫ້ມີປະສິດທິຜົນ ທັງເປັນການປຸກລະດົມຖັນແຖວພະນັກງານ ສືບຕໍ່ຕັ້ງໜ້າເຝີກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ-ແນວຄິດ ການຈັດຕັ້ງ ຄຸນສົມບັດສິນທຳປະຕິວັດ ແບບແຜນການດຳລົງຊີວິດ  ວິທີນຳພາປະຕິບັດວຽກງານ ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດໃຫ້ມີລະດັບອັນແນ່ນອນ ເພື່ອໃຫ້ມີຄວາມສາມາດປະຕິບັດໜ້າທີ່ວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດ.

# ຂ່າວ ພາບ : ລັດເວລາ

error: Content is protected !!