ສວນພຶກສາ ກຽມພ້ອມທຸກດ້ານເພື່ອຕ້ອນຮັບນັກທ່ອງທ່ຽວເຂດສີຂຽວ

    ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄໍາພູວົງ ທັງເປັນເຈົ້າຂອງສວນພຶກສາ ໃຫ້ສໍາພາດວັນທີ 6 ມັງກອນ 2021 ວ່າ: ສວນພຶກສາເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ອາກາດປອດໂປ່ງ ເໝາະແກ່ການທ່ອງທ່ຽວແບບເປັນກຸ່ມ ຫຼື ຄອບຄົວ ເຊິ່ງສວນດັ່ງກ່າວມີເນື້ອທີ່ທັງໝົດ 50 ກວ່າເຮັກຕາ ໃນນີ້ ໄດ້ພັດທະນາແບ່ງເປັນຂົງເຂດທີ່ແຕກຕ່າງກັນ ເຊິ່ງໄລຍະທີ່ມີກາານລະບາດພະຍາດໂຄວິດແຕ່ທ້າຍປີ 2019 ເປັນຕົ້ນມາຈົນຮອດປັດຈຸບັນ ສວນພຶກສາໄດ້ປິດໃຫ້ການບໍລິການ ແຕ່ພາຍໃນສວນຍັງຕ້ອງໄດ້ບໍາລຸງຮັກສາໃຫ້ມີຄວາມສວຍງາມ ແລະ ໂດດເດັ່ນ ພ້ອມນັ້ນ ຍັງໄດ້ມີການປັບປຸງ ແລະ ພັດທະນາເປັນແຕ່ລະຂົງເຂດເຊັ່ນ: ປູກດອກໄມ້ນາໆຊະນິດທີ່ມີຫຼາຍສີສັນເພີ່ມຕື່ມ ສ້າງສວນນໍ້າຕົກຕາດ ໃນນີ້ມີຮ້ານກາເຟ ແລະ ມີຕູບທີ່ຮອງຮັບແຂກໄດ້ 300 ຄົນ ລູກຄ້າສາມາດຈັດງານແຕ່ງດອງ ງານລ້ຽງ ງານສັງສັນ ແລະ ເຝິກອົບຮົມເປັນຕົ້ນ ພ້ອມນັ້ນ ສ້າງສວນພະຍານາກ ພ້ອມຫໍໄຫວ້ບູຊາ ແລ້ວປູກດອກໄມ້ຫຼາຍສີສັນອ້ອມສວນດັ່ງກ່າວ ເພື່ອໃຫ້ມີຄວາມໂດດເດັ່ນ ແລະ ດຶງດູດແຂກທີ່ມາທ່ຽວຊົມ.

    ໃນບໍລິເວນນີ້ ສາມາດເປັນບ່ອນນັ່ງສະມາທິປະຕິບັດທໍາ ຮອງຮັບໄດ້ເຖິງ 10.000 ຄົນ ສ່ວນສວນຢາພືນເມືອງ ໄດ້ປູກພືດທີ່ສາມາດປິ່ນປົວຫຼາຍພະຍາດພົ້ນເດັ່ນ ລາຊາບີ ຜັກຄາວທອງ ແລະ ກະຊາຍຂາວ ພ້ອມນັ້ນ ຍັງມີຕໍາລາຢາພື້ນເມືອງເພື່ອສົ່ງເສີມຢາພື້ນເມືອງລາວໃຫ້ມີຄວາມຍືນຍົງ ນອກນັ້ນ ໄດ້ພັດທະນາຣິສອດໃຫ້ມີຄວາມສົມບູນແບບ ຮັບຮອງແຂກໃຫ້ຫຼາຍຂຶ້ນ ແລະ ພັດທະນາຫໍວາງສະແດງຊົນເຜົ່າຕ່າງໆ ໂດຍສະເພາະ ເຜົ່າມົ້ງ ກືມມູ ບຣູ ແລະ ເຜົ່າລາວ.

     ປັດຈຸບັນ ການພັດທະນາພາຍໃນສວນແມ່ນໄດ້ສໍາເລັດໂດຍພື້ນຖານ ຄາດວ່າຈະເປີດໃຫ້ບໍລິການໃນເດືອນກຸມພາ 2022 ເປັນຕົ້ນໄປ ຄຽງຄູ່ກັນນັ້ນ ກໍຈະໄດ້ມີການພັດທະນາ ບໍາລຸງຮັກສາໄປພ້ອມໆກັນ ພິເສດໃນວັນທີ 16 ມັງກອນ ພາຍໃນສວນພຶກສາຈະໄດ້ຈັດງານບຸນກະເລີ ຂອງຊົນເຜົ່າກຶມມຸ ເນັ້ນຄົນເຂົ້າຮ່ວມມີແຕ່ພະນັກງານພາຍໃນສວນເທົ່ານັ້ນ ທັງນີ້ກໍເພື່ອຮັບປະກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. 

    ທ່ານ ພູວົງ ພະມີສິດ ກ່າວຕື່ມອີກວ່າ: ສວນພຶກສາເປັນສວນໜຶ່ງທີ່ນອນຢູ່ໃນໂຄງການເຂດທ່ອງທ່ຽວລາວສີຂຽວເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ເຊິ່ງສວນພວກເຮົາໄດ້ກະກຽມຄວາມພ້ອມທຸກດ້ານ ເປັນຕົ້ນ ດ້ານການບໍລິການ ພະນັກງານໄດ້ຮັບການເຝິກອົບຮົມ ແລະ ໄດ້ຮັບການສັກວັກຊິນຄົບ 3 ໂດສ 100% ສະຖານທີ່ທ່ອງທ່ຽວກວ້າງຂວາງ ອາກາດປອດໂປ່ງ ພ້ອມນັ້ນ ຍັງມີກິດຈະກໍາຫຼິ້ນອື່ນໆອີກ ເປັນຕົ້ນ ມີຫໍຄອຍຊົມວິວ ລົດໄຟຟ້ານໍາທ່ຽວ ລົດຖີບໃຫ້ເຊົ່າ ມີສະລິງ ມີສະໄລເດີນໍ້າ ເດີນເຕະບານ ຍ່າງປ່າຮຽນຮູ້ຢາພື້ນເມືອງ ແລະ ອື່ນໆ.

# ຂ່າວ ພາບ : ຂັນທະວິ

error: Content is protected !!