ປີຜ່ານມາ ສທໜ.ສບ ປະກອບສ່ວນຊ່ວຍເຫຼືອສັງຄົມຫຼາຍລ້ານກີບ

    ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເມືອງສີໂຄດຕະບອງ ທີ່ຈັດຂຶ້ນບໍດົນມານີ້ ທ່ານ ສຸກວິລັນ ສີອັກຄະສອນ ຮອງປະທານສະມາຄົມນັກທຸລະກິດໜຸ່ມເມືອງສີໂຄດ (ສທໜ.ສບ) ໄດ້ລາຍງານການເຄື່ອນໄຫວວຽກງານຂອງ ສທໜ.ສບ ໃນໄລຍະ 1 ປີ ຜ່ານມາໃຫ້ຮູ້ວ່າ ສທໜ.ສບ ສ້າງຕັ້ງຂຶ້ນໃນວັນທີ 21 ມັງກອນ 2021 ເພື່ອເຕົ້າໂຮມຄວາມສາມັກຄີບັນດານັກທຸລະກິດໜຸ່ມ ຊາວຄ້າຂາຍທີ່ເຄື່ອນໄຫວຫົວໜ່ວຍທຸລະກິດຢູ່ເມືອງສີໂຄດຕະບອງ ໃຫ້ມີການແລກປ່ຽນບົດຮຽນຮ່ວມມືກັນໃນການເຮັດທຸລະກິດ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. 

    ສທໜ.ສບ ມີສຳນັກງານຫ້ອງການຕັ້ງຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ເຊີ່ງແມ່ນອົງການຈັດຕັ້ງໜຶ່ງທີ່ໄດ້ຮັບການສ້າງຕັ້ງຈາກຄະນະຊາວໜຸ່ມເມືອງສີໂຄດຕະບອງ ແລະ ພາຍໃຕ້ການຊີ້ນຳ-ນຳພາເລຂາພັກເມືອງ ແລະ ເປັນອົງການຈັດຕັ້ງໜຶ່ງທີ່ເຕົ້າໂຮມເອົານັກທຸລະກິດໜຸ່ມໃນຂອບເຂດເມືອງສີໂຄດຕະບອງ ໃຫ້ເຄື່ອນໄຫວພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ມີພາລະບົດບາດ ໜ້າທີ່ເປັນຕົວແທນໃຫ້ແກ່ຄະນະຊາວໜຸ່ມເມືອງ ແລະ ນັກທຸລະກິດໜຸ່ມທົ່ວເມືອງ ແລະ ຊາວຄ້າຂາຍອື່ນໆ ເຄື່ອນໄຫວເຮັດທຸລະກິດຮ່ວມກັບນັກທຸລະກິດບັນດາເມືອງ ບັນດາແຂວງພາຍໃນປະເທດ ແລະ ຕ່າງປະເທດຕາມແນວທາງນະໂຍບາຍຂອງພັກ-ລັດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຍາດແຍ່ງເອົາທຶນຮອນ ແລະ ລາຍຮັບຈາກການຮ່ວມມືເຮັດທຸລະກິດປະກອບສ່ວນເຂົ້າໃນການພັດທະນາສະມາຄົມ ແລະ ພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນໃຫ້ມີຄວາມກ້າວໜ້າ. 

    ນອກຈາກນີ້ ກໍໄດ້ຊຸກຍູ້ ແລະ ຊ່ວຍເຫຼືອສັງຄົມເຊັ່ນ  ສ້າງທາງຮ່ອມບ້ານນາຄຳ ປະກອບສ່ວນຕ້ານໂຄວິດ-19 ຊ່ວຍເຫຼືອເຫດໄຟໄໝ້ເຮືອນນາຍບ້ານສີບຸນເຮືອງ ບູລະນະໂຮງຮຽນປະຖົມດົງນາທອງ ມອບລົດໃຫ້ເມືອງນຳໃຊ້ຊົ່ວຄາວ ເພື່ອຮັບໃຊ້ຂົນສົ່ງຄົນເຈັບທີ່ຕິດເຊື້ອໂຄວິດ-19 ແລະ ກຸ່ມສ່ຽງ ເຄື່ອງອຸປະໂພກບໍລິໂພກ ອຸປະກອນປ້ອງກັນໂຄວິດ-19 ແລະ ອື່ນໆໃຫ້ແກ່ພາກສ່ວນຕ່າງໆ ມູນຄ່າທັງໝົດ 491 ລ້ານກວ່າກີບ.

# ຂ່າວ ພາບ : ອົ່ນ ໄຟສົມທອງ

error: Content is protected !!