ຕາດຮ້ອຍຄົວ ພ້ອມໃຫ້ບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ

    ພາຍຫຼັງລັດຖະບານໄດ້ມີມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນໂຄວິດ-19 ໂດຍປະກາດເປີດຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວໃນ ສປປ ລາວ ໃນຕົ້ນເດືອນມັງກອນ 2022 ໂດຍສະເພາະແມ່ນເຂດທ່ອງທ່ຽວສີຂຽວ ໃນນີ້ ບັນດາຜູ້ປະກອບການແຫຼ່ງທ່ອງໄດ້ກະກຽມຄວາມພ້ອມເພື່ອຕ້ອຍຮັບນັກທ່ອງທ່ຽວຢ່າງມີປະສິດທິພາບ.

    ທ່ານ ອາຄົມ ພົມມະຫານ ປະທາສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ປະທານບໍລິສັດທ່ອງທ່ຽວລາວກຣີນ ເຈົ້າສວນອຸທິຍານດອກໄມ້ໃນປ່າໃຫຍ່ ທີ່ນໍ້າຕົກຕາດສວນຮ້ອຍຄົວ ໃຫ້ສຳພາດບໍ່ດົນມານີ້ວ່າ ການເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວໃນ ສປປ ລາວ ເປັນມິດໝາຍທີ່ດີ ແລະ ເປັນໂອກາດທີ່ບັນດາຫົວໜ່ວຍທຸລະກິດຄອງຄອຍ ໂດຍສະເພາະຜູ້ປະກອບດ້ານການບໍລິການຕ່າງໆເພື່ອຟື້ນຟູທຸລະກິດຂອງຕົນທີ່ໄດ້ຮັບຜົນກະທົບໄລຍະ 2 ປີຜ່ານມາ ເຊິ່ງເປັນບັນຫາທີ່ໜັກໜ່ວງ ໂດຍສະເພາະແມ່ນຂະແໜງບໍລິການ ພາຍຫຼັງລັດຖະບານໄດ້ຄົ້ນຄວ້າບັນດາເງື່ອນໄຂຕ່າງໆເພື່ອເຮັດສິ່ງໃດສິ່ງໜຶ່ງໃຫ້ພາກທຸລະກິດມີຄວາມເຂັ້ມແຂງ ສາມາດຟື້ນໂຕໄດ້ໂດຍໄວ.

    ໄລຍະວັນທີ 1 ມັງກອນ ຫາ ວັນທີ 30 ມີນາ ເປັນໄລຍະທົດລອງຂອງການເປີດຮັບນັກທ່ອງທ່ຽວຕ່າງປະເທດ ໂດຍມີການກຳນົດເຂດທ່ອງທ່ຽວສີຂຽວ ໃນນັ້ນ ແຂວງຫຼວງພະບາງກໍນອນໃນເຂດທ່ອງທ່ຽວສີຂຽວ ໃນໄລຍະເລີ່ມຕົ້ນ ມີຫຼາຍບັນຫາທີ່ທ້າທາຍສຳລັບພາກທຸລະກິດ ແຕ່ແນວໃດກໍຕາມ ພັກ-ລັດກໍເຊື່ອໝັ້ນວ່າຈະສາມາດປະສານໃນຂົງເຂດທີ່ກ່ຽວຂ້ອງເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ຈະເຂົ້າມາລາວໃຫ້ຫຼາຍຂຶ້ນ ແລະ ບໍ່ສ້າງມີຂໍ້ຫຍຸ້ງຍາກໃຫ້ແກ່ນັກທ່ອງທ່ຽວ ພ້ອມກັນນັ້ນ ຜູ້ປະກອບການກໍມີຄວາມຄວາມພ້ອມໃນການຮ່ວມມືກັບພາກລັດ ເພື່ອອຳຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ຈະເຂົ້າມາປະເທດລາວ.

    ທ່ານ ອາຄົມ ພົມມະຫານ ໃຫ້ຮູ້ຕື່ມວ່າ ໃນນາມຂ້າພະເຈົ້າເປັນເຈົ້າຂອງເຈົ້າສວນອຸທິຍານດອກໄມ້ໃນປ່າໃຫຍ່ ທີ່ນໍ້າຕົກຕາດສວນຮ້ອຍຄົວ ພາຍຫຼັງທີ່ຮັບຊາບມາດຕະການຜ່ອນຜັນມາດຕະການປ້ອງກັນໂຄວິດ-19 ໂດຍປະກາດເປີດຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວໃນປະເທດລາວ ກໍໄດ້ກະກຽມຄວາມພ້ອມດ້ານຕ່າງໆເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍ ແລະ ຕ່າງປະເທດ ເປັນຕົ້ນແມ່ນການສັກຢາວັກຊິນໃຫ້ແກ່ພະນັກງານໃຫ້ໄດ້ 100% ຟື້ນຟູບາງກິດຈະການເຊັ່ນ ສວນດອກໄມ້ໃຫ້ຄົງສະພາບທີ່ງົດງາມ ຂອດຂັ້ນການບໍລິການນັກທ່ອງທ່ຽວ ໃນສະຖານທີ່ແຫ່ງນີ້ ໄດ້ມີຫຼາຍກິດຈະການເຊັ່ນ ຊົມນໍ້າຕົກຕາດ ຍ່າງປ່າ ຂີ່ສິບລາຍ ຂີ່ຊ້າງຊົມສວນດອກໄມ້ ນອນເຕັ່ນຕ່າງໆ ພ້ອມກັນນັ້ນ ຍັງຈະສືບຕໍ່ປັບປຸງກິດຈະກຳການທ່ອງທ່ຽວໃຫ້ມີຫຼາຍຮູບແບບຕື່ມອີກ.

    ໂອກາດນີ້ ຂໍເຊີນຊວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ໄດ້ມີທ່ຽວຊົມແຂວງຫຼວງພະບາງ ເຊິ່ງເປັນແຂວງໜຶ່ງທີ່ມີຫຼາຍກິດຈະກຳທ່ອງທ່ຽວທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ ສະຖານທີ່ທ່ອງທ່ຽວທາງທຳມະຊາດ ວັດທະນະທຳຫຼາຍແຫ່ງທີ່ມີຄວາມງົດງາມ ແລະ ເປັນເອກະລັກສະເພາະ ຈົນຮັບນາມມະຍົດເມືອງມໍລະດົກໂລກ ສຳລັບແຫຼ່ງທ່ອງທ່ຽວຕາດສວນຮ້ອຍຄົວ ແມ່ນບໍ່ໄກຈາກຕົວເມືອງຫຼວງພະບາງ ຈາກທ່າເຮືອບ້ານຊຽງແມນ ຫາສະທີ່ທ່ອງທ່ຽວຕາດຮ້ອຍຄົວ ໃຊ້ເວລາພຽງແຕ່ 15 ນາທີເທົ່ານັ້ນ ເມື່ອມີນັກທ່ອງທ່ຽວເຂົ້າມາຫຼາຍ ກໍຈະຈາຍລາຍຮັບສູ່ຫຼາຍຂະແໜງການທີ່ປິ່ນອ້ອມອີກດ້ວຍ..

# ຂ່າວ- ພາບ : ອົ່ນ ໄຟສົມທອງ

error: Content is protected !!