ສະຖານບູຮານ ໄດ້ຮັບການອຸປະຖຳເຄື່ອງກວດອຸນຫະພູມ

    ໂດຍເຫັນໄດ້ຄວາມສຳຄັນວຽກງານການທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ (ນວ) ໂດຍສະເພາະ ສະຖານທີ່ທ່ອງທ່ຽວພິພິທະພັນຫໍພະແກ້ວ ຫໍພິພິທະພັນວັດສີສະເກດ ແລະ ຫໍຫຼັກເມືອງວຽງຈັນ ທີ່ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ກຽມໃສ່ຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນັບແຕ່ຕົ້ນເດືອນມັງກອນ 2022 ເປັນຕົ້ນໄປ ພາຍຫຼັງທີ່ລັດຖະບານໄດ້ເປີດໃຫ້ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວສະຖານທີ່ທ່ອງທ່ຽວສີຂຽວໄລຍະທຳອິດຢູ່ ນວ ເມືອງວັງວຽງ ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.

     ວັນທີ 30 ທັນວາ 2021 ທີ່ພິພິທະພັນຫໍພະແກ້ວ ໄດ້ມີ 3 ພາກສ່ວນໄດ້ອຸປະຖໍາເຄື່ອງກວດອຸນຫະພູມ ມູນຄ່າ 1,3 ລ້ານກີບ ໃຫ້ພິພິທະພັນສະຖານບູຮານ ນວ ປະກອບມີຄອບຄົວທ່ານ ດວງສີ ແລະ ນາງ ທິບພະລີຈັນ ພາຣາຍົກ ຄອບຄົວທ່ານ ດາວວອນ ຫວ່າງວິຈິດ ແລະ ນາງ ສີໄຄ ສີປະເສີດ ພ້ອມດ້ວຍຄອບຄົວສີປະເສີດ ຄອບຄົວທ່ານ ຄຳໝັ້ນ ແກ້ວສຸວັນ  ແລະ ນາງ ເພັດພອນເພັນ ພາຣາຍົກ ທັງສາມຄອບຄົວແມ່ນຢູ່ບ້ານສາລາຄຳເໜືອ ເມືອງຫາດຊາຍຟອງ ນວ ກ່າວຮັບໂດຍທ່ານ ພູວຽງ ໂພທິສານ ອໍານວຍການພິພິທະພັນສະຖານບູຮານ ນວ ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ພູວຽງ ໂພທິສານ ໄດ້ສະແດງຄວາມຂອບໃຈມາຍັງສາມຄອບຄົວທີ່ໄດ້ປະກອບສ່ວນວັດຖຸປັດໄຈເຄື່ອງກວດອຸນຫະພູມ ແລະ ເຄື່ອງຈຳນວນດັ່ງກ່າວຈະໄດ້ໄປຕິດຕັ້ງຢູ່ທາງເຂົ້າສະຖານທີ່ທ່ອງທ່ຽວພິພິທະພັນຫໍພະແກ້ວ ພິພິທະພັນວັດສີສະເກດ ແລະ ຫໍຫຼັກເມືອງວຽງຈັນ ເພື່ອກວດນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມສະຖານທີ່ທ່ອງທ່ຽວທັງສາມແຫ່ງນີ້ ເພື່ອໃຫ້ນັກທ່ອງທ່ຽວມີຄວາມເຊື່ອໝັ້ນຕໍ່ຄວາມປອດໄພຂອງພະຍາດໂຄວິດ-19.    

# ຂ່າວ ພາບ : ສົມສະຫວັນ

error: Content is protected !!