ຫວຍພັດທະນາ ຊຸກຍູ້ອຸປະກອນຮັບໃຊ້ຕ້ານໂຄວິດ-19 ໃຫ້ ນວ

      ບໍລິສັດ ລັດວິສາຫະກິດຫວຍພັດທະນາ ໄດ້ມອບເຄື່ອງອຸປະກອນຮັບໃຊ້ໃນວຽກງານຕ້ານ ແລະ ສະ ກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ປະກອບມີຜ້າປິດປາກ ເຫຼົ້າເກົ້າສິບ ເຈວລ້າງມື ແລະ ສຳລີ ລວມມູນຄ່າທັງໝົດ 50 ລ້ານກີບ ໃຫ້ຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດຂັ້ນນະຄອນຫຼວງວຽງຈັນ (ນວ).

     ພິທີມອບ-ຮັບ ຈັດຂຶ້ນວັນທີ 29 ທັນວາ 2021 ຜ່ານມາ ທີ່ສໍານັກງານບໍລິສັດ ລັດວິສາຫະກິດຫວຍພັດທະນາ ຕັ້ງຢູ່ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນວ ກ່າວມອບໂດຍທ່ານ ສຸບັນ ເພຍສັກຂາ ຮອງຜູ້ອຳນວຍການບໍລິສັດ ລັດວິສາຫະກິດຫວຍພັດທະນາ ແລະ ກ່າວຮັບໂດຍທ່ານ ດຣ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນວ ຕາງໜ້າໃຫ້ຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດຂັ້ນ ນວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ໂອກາດນີ້ ທ່ານ ດຣ ບຸນທະວີ ເດດບັນດິດ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອວັດຖຸອຸປະກອນທີ່ຈຳເປັນໃຫ້ແກ່ຄະນະສະເພາະກິດໂຄວິດຂັ້ນ ນວ ຄັ້ງນີ້ ແລະ ຫວັງວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກ ເພື່ອພ້ອມກັນສະກັດກັ້ນຕ້ານການລະບາດ ຂອງພະຍາດໂຄວິດ ເຮັດໃຫ້ຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດດັ່ງກ່າວນັບມື້ໜ້ອຍລົງເລື້ອຍໆ ແລະ ຫາຍໄປຈາກປະເທດລາວເຮົາ ກໍຄືໂລກນີ້ໂດຍໄວ. 

# ຂ່າວ ພາບ : ສົມສະຫວັນ

error: Content is protected !!