ຖໍ້າອ່າງຫຼວງ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດພ້ອມມາດຕະການປ້ອງກັນໂຄວິດ-19

    ປັດຈຸບັນ ຫຼາຍສະຖານທີ່ທ່ອງທ່ຽງໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບນັກທ່ອງທ່ຽງພາຍ ແລະ ຕ່າງປະເທດ ພາຍຫຼັງທີ່ລັດຖະບານໄດ້ມີມາດຕະການຜ່ອນຜັນ ມາດຕະການປ້ອງກັນໂຄວິດ-19 ແລະ ເປີດຕ້ອນ ຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ໃນເຂດທ່ອງທ່ຽວສີຂຽວ.

    ທ່ານ ໝອກສະຫວັນ ຈິດຕະວົງ ເຈົ້າຂອງສະຖານທີ່ທ່ອງທ່ຽວຖໍ້າອ່າງຫຼວງ ເມືອງວັງວຽງ ແຂວງວຽງຈັນ ໃຫ້ສຳພາດບໍດົນມານີ້ວ່າ ສະຖານທີ່ທ່ອງທ່ຽວຖໍ້າອ່າງຫຼວງ ເປັນສະຖ່ານທີ່ທ່ອງທ່ຽວທຳມະຊາດທີ່ສວຍງາມ ແລະ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພາຍຫຼັງມີການລະບາດຂອງພະຍາດໂຄວິດ-19 ໃນຮອບປີ 2021 ນີ້ ເຊິງເປັນຮອບທີ່ໜັກໜ່ວງກວ່າຮອບທີ່ຜ່ານມາ ສະນັ້ນ ຈຶ່ງໄດ້ປິດກິດຈະການຊົ່ວຄາວເປັນເວລາດົນພໍສົມຄວນ ໃນໄລຍະທີ່ປິດກິດຈະການຊົ່ວຄາວ ກໍໄດ້ມີການປັບປຸງຫຼາຍຢ່າງເຊັ່ນ  ປັບປຸງຂົວ ຮັກສາພື້ນທີ່ໃຫ້ເປັນພື້ນທີ່ສີຂຽວ ຮັກສາຄວາມສະອາດຂອງສາຍນໍ້າ ລວມທັງກິດຈະກຳການທ່ອງທ່ຽວ. ພາຍຫຼັງທີ່ໄດ້ຮັບຊາບວ່າ ລັດຖະບານໄດ້ມີມາດຕະການຜ່ອນຜັນ ມາດຕະການປ້ອງກັນໂຄວິດ-19 ແລະ ເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ກໍເປັນຂ່າວດີສຳລັບຜູ້ປະກອບການດ້ານບໍລິການ ເປັນຕົ້ນແມ່ນ ກິດຈະການທ່ອງທ່ຽວ ພ້ອມດຽວກັນນັ້ນ ກໍໄດ້ກະກຽມຄວາມພ້ອມຮອບດ້ານໃນການຕ້ອນນັກທ່ອງທ່ຽວທັງພາຍ ແລະ ຕ່າງປະເທດ ປັດຈຸບັນພ້ອມເປີດໃຫ້ບໍລິການທ່ອງທ່ຽວແລ້ວ ສຳລັບກິດຈະກຳທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍ ແມ່ນການລົງຫຼີ້ນນໍ້າ ເນື່ອງຈາກວ່າເປັນນໍ້າທີ່ສະອາດ ສີຂຽວ ຂີ່ສະລິ່ງ ພ້ອມກັນນັ້ນ ຍັງສະໜອງສະຖານທີ່ໃຫ້ແກ່ນັກທ່ອງທ່ຽວຈັດກິດຈະກຳຕ່າງໆຕື່ມອີກ ແລະ ສາມາດນຳອາຫານເຂົ້າມາໄດ້. ໂອກາດນີ້ ຂໍເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວໃນຖໍ້າອ່າງຫຼວງ ເພື່ອເປັນການຜ່ອນຄາຍໄປກັບທຳມະຊາດທີ່ງົດງາມ ອາກາດທີ່ເຢັນສົດຊື່ນ ສະຖານທີ່ແຫ່ງນີ້ຢູ່ຫ່າງຈາກຕົວເມືອງວັງວຽງປະມານ 8 ກິໂລແມັດ ເຖິງແມ່ນຈະເປີດໃຫ້ບໍລິການນັກທ່ອງທ່ຽວແລ້ວ ແຕ່ພວກເຮົາກໍມີມາດຕະການເພື່ອປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດຄື ກ່ອນຈະເຂົ້າສະຖານທ່ອງທ່ອງທ່ຽວ ຕ້ອງໄດ້ສັກວັກຊິນຄົບ ວັດແທກອຸນຫະພູມ ເຈວລ້າງມື ແລະ ໃສ່ຜ້າປິດປາກ-ດັງ ທັງນີ້ກໍເພື່ອຄວາມປອດໄພຂອງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ.

# ຂ່າວ- ພາບ : ອົ່ນ ໄຟສົມທອງ

error: Content is protected !!