ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນຫຼາຍ ແລະ ເສຍຊິວິດໃໝ່ 6 ຄົນ

    ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ປະຈຳວັນທີ 5 ມັງກອນ 2022 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ  ວັນທີ 4 ມັງກອນ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.140 ຕົວຢ່າງ ກວດພົບເຊື້ອທັງໝົດ 836 ຄົນ (ຕິດເຊື້ອພາຍໃນ ມີ 835ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).

    ການຕິດເຊືື້ອພາຍໃນໃໝ່ 835 ຄົນ ໃນນັ້ນຈາກນະຄອນຫຼວງວຽງຈັນ (ນວ) 394 ຄົນ ເຊກອງ 63 ຄົນ ວຽງຈັນ 47 ຄົນ ອຸດົມໄຊ 46 ຄົນ ບໍ່ແກ້ວ 41 ຄົນ ຫົວພັນ 35 ຄົນ ໄຊຍະບູລີ 28 ຄົນ ບໍລິຄຳໄຊ 26 ຄົນ ຫຼວງພະບາງ 25 ຄົນ ຫຼວງນ້ຳທາ 23 ຄົນ ຊຽງຂວາງ 22 ຄົນ ໄຊສົມບູນ 20 ຄົນ ຜົ້ງສາລີ 17 ຄົນ ຄຳມ່ວນ 13 ຄົນ ຈຳປາສັກ 9 ຄົນ ສາລະວັນ 9 ຄົນ ອັດຕະປື 9 ຄົນ ສະຫວັນນະເຂດ 8 ຄົນ ສ່ວນກໍລະນີນຳເຂົ້າ 1 ຄົນ ຈາກ ນວ ໂດຍແມ່ນຜູ້ທີ່ເດີນທາງມາຈາກຕ່າງປະເທດ ໄດ້ເກັບຕົວຢ່າງພາຍຫຼັງມາຮອດ ແລະ ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້.  

    ປັດຈຸບັນມີຜູ້ຕິດເຊື້ອສະສົມທົ່ວປະເທດມີ 114.787 ກໍລະນີ ອອກໂຮງໝໍໃນວັນທີ 4 ມັງກອນ 914 ຄົນ ແລະ ກຳລັງປິ່ນປົວ 8.236 ຄົນ  ແລະ ເສຍຊີວິດສະສົມທັງໝົດ 409 ຄົນ  (ເສຍຊີວິດໃໝ່ 6 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 6 ຄົນຈາກ ນວ 4 ຄົນ ບໍ່ແກ້ວ 1 ຄົນ ແລະ ອຸດົມໄຊ 1 ຄົນ.

    ສໍາລັບຈຸດເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ຢູ່ຕ່າງແຂວງ ສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດທີ່ຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍຍັງມີບໍລິການກວດເຄື່ອນທີ່ໃນຈຸດ ຫຼື ບ້ານທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່. ຢູ່ ນວ ມີຈຸດກວດນອກສະຖານທີ່ ຈຸດກວດຄົງທີ່ຄື ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ໜ່ວຍກວດເຄື່ອນທີ່ ເມືອງໄຊທານີ ສີສັດຕະນາກ ສີໂຄດຕະບອງ ເມືອງລະ 1 ທີມ ສ່ວນເມືອງນາຊາຍທອງ  ແລະ ພະແນກສາທາລະນະສຸກ ນວ  ມີ 2 ທີມ

   ຈຸດບໍລິການສັກວັກຊີນຢູ່ ນວ ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍສູນກາງ 103 ກອງທັບ ໂຮງໝໍ 5 ເມສາ ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ ໂຮງໝໍເມືອງ 9 ຕົວເມືອງ ວັດຈີນ ດົງປາແຫຼບ ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ ) ຈຸດບໍລິການວັກຊິນ ຢູ່ບັນດາແຂວງຄື ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້..

# ຂ່າວ- ພາບ : ອົ່ນ ໄຟສົມທອງ

error: Content is protected !!