ສອງຄະນະຈັດຕັ້ງສູນກາງພັກ ປປ ລາວ ແລະ ຄອມມູນິດຫວຽດນາມ ສືບຕໍ່ພົວພັນຮ່ວມມືກັນ

    ເພື່ອສືບຕໍ່ພົວພັນ ແລະ ຮ່ວມມືລະຫວ່າງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກຄອມມູນິດຫວຽດນາມ ໃນວັນທີ 4 ມັງກອນ 2022 ທັງສອງຝ່າຍໄດ້ຈັດພິທີພົບປະກັນຜ່ານລະບົບປະຊຸມທາງໄກ ຝ່າຍລາວນຳໂດຍສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຝ່າຍຫວຽດນາມນຳໂດຍສະຫາຍ ນາງ ເຈືອງທິມາຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກຄອມມູນິດຫວຽດນາມ ມີຄະນະທັງສອງຝ່າຍເຂົ້າຮ່ວມ.

    ການພົບປະກັນຄັ້ງນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນມີຄຳເຫັນລາຍງານສະພາບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ພ້ອມກັບທົບທວນຄືນການພົວພັນຮ່ວມມືໃນບົດບັນທຶກຊ່ວຍຈຳຄັ້ງຜ່ານມາ ແລະ ແລກປ່ຽນບົດຮຽນວິຊາສະເພາະທີ່ສອງຝ່າຍສົນໃຈຮ່ວມກັນ ເພືື່ອເອກະພາບກັນສືບຕໍ່ລົງນາມຂໍ້ຕົກລົງການພົວພັນຮ່ວມມືກັນສອງຝ່າຍໃນ 5 ປີຕໍ່ໜ້າ.

    ໃນຕອນທ້າຍ ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ສົກປີ 2022-2026 ລະຫວ່າງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກຄອມມູນິດຫວຽດນາມ ເພື່ອສືບຕໍ່ພົວພັນຮ່ວມມືດ້ານວຽກງານວິຊາສະເພາະ ກໍຄືການປະກອບສ່ວນເຂົ້າໃນວຽກງານລວມເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືຮອບດ້ານແບບພິເສດ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ພິເສດແມ່ນສອງຄະນະຈັດຕັ້ງສູນກາງພັກ ທີ່ເປັນສະຫາຍອ້າຍ-ນ້ອງ ເພື່ອນສະມິດໃກ້ຊິດສະໜິດແໜ້ນທີ່ສຸດ ໃຫ້ນັບມື້ນັບມີການຂະຫຍາຍຕົວເຂົ້າສູ່ລວງເລິກກວ່າເກົ່າ.

.

# ຂ່າວ- ພາບ : ຊິລິການດາ

error: Content is protected !!