ຕ້ອນຮັບປີໃໝ່ສາກົນ 2022 ທົ່ວປະເທດມີຜູ້ເສຍຊີວິດຈາກອຸບັດເຫດ 40 ກວ່າຄົນ

    ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ນັບແຕ່ວັນທີ 29 ທັນວາ 2021 ຫາ ວັນທີ 2 ມັງກອນ 2022 ຂອງການສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ສາກົນ 2022 ທົ່ວປະເທດມີອຸບັດເຫດທາງຖະໜົນເກີດຂຶ້ນທັງໝົດ 197 ກໍລະນີ ມີພາຫະນະເປ່ເພ 315 ຄັນ ຄົນໄດ້ຮັບບາດເຈັບ 297 ຄົນ ແລະ ເສຍຊີວິດຈຳນວນ 43 ຄົນ ຍິງ 7 ຄົນ ເມື່ອທຽບໃສ່ເວລາດຽວກັນໃນປີຜ່ານມາ ການເກີດອຸບັດ ເຫດແມ່ນຫຼຸດລົງ 22 ກໍລະນີ ພາຫະນະເປ່ເພຫຼຸດລົງ 61 ຄັນ ຄົນ ໄດ້ຮັບບາດເຈັບຫຼຸດລົງ 45 ຄົນ ແຕ່ມີຜູ້ເສຍຊີວີດແມ່ນເພີ່ມຂຶ້ນ 7 ຄົນ.

    ສຳລັບແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ໃນໄລຍະ 5 ວັນອັນຕະລາຍນີ້ ແມ່ນແຂວງຈຳປາສັກ 32 ກໍລະນີ ຮອງລົງມາແມ່ນນະຄອນຫຼວງວຽງຈັນ 29 ກໍລະນີ ແຂວງວຽງຈັນ 22 ກໍລະນີ ສະຫວັນນະເຂດ 18 ກໍລະນີ ອຸດົມໄຊ ຫຼວງພະບາງ ແຂວງລະ 13 ກໍລະນີ ບໍລິຄຳໄຊ 12 ກໍລະນີ ຫຼວງນ້ຳທາ ແລະ ຄຳມ່ວນ ແຂວງລະ 10 ກໍລະນີ ສ່ວນແຂວງທີ່ມີຄົນເສຍຊີວິດຫຼາຍກວ່າໝູ່ ແມ່ນແຂວງຈຳປາສັກ 7 ຄົນ ຮອງລົງມານະຄອນຫຼວງວຽງຈັນ 6 ຄົນ ອັດຕະປື 5 ຄົນ ຫຼວງນ້ຳທາ ບໍລິຄຳໄຊ ສາລະວັນ ແຂວງ ລະ 4 ຄົນ ຫຼວງພະບາງ ແລະ ສະຫວັນນະເຂດ ແຂວງລະ 3 ຄົນ. ສາເຫດທີ່ພາໃຫ້ເກີດອຸບັດເຫດ ແລະ ມີຄົນເສຍຊີວິດເປັນຈຳນວນຫຼວງຫຼາຍນັ້ນ ແມ່ນເກີດມາຈາກຜູ້ຂັບຂີ່ໃຊ້ຄວາມໄວເກີນກຳນົດ 87 ກໍລະນີ ເສຍຊີວິດ 18 ຄົນ ດື່ມເຫຼົ້າ 64 ກໍລະນີ ເສຍຊີວິດ 14 ຄົນ ບໍ່ປ່ອຍສິດ 15 ກໍລະນີ ເສຍຊີວິດ 4 ຄົນ ແຊງບໍ່ຮັບປະກັນ 18 ກໍລະນີ ເສຍຊີວິດ 4 ຄົນ ແລະ ເກີດຈາກເຕັກນິກລົດ 13 ກໍລະນີ ເສຍຊີວິດ 3 ຄົນ.

error: Content is protected !!