ເສັ້ນທາງລົດໄຟລາວ-ຈີນ ທີ່ໄດ້ເປີດການນຳໃຊ້ຄົບຮອບ 1 ເດືອນ (03/12/2021-03/01/2022) ໄດ້ຮັບຜົນງານທີ່ໜ້າຊົມເຊີຍ ໂດຍໄດ້ເລັ່ງສ້າງເສັ້ນທາງຈໍລະຈອນສິນຄ້າອັນໃໝ່ ລະຫວ່າງຈີນ ແລະ ອາຊຽນ ຈາກແຫຼ່ງຂ່າວ ຂອງ CRI-FM93 ໃຫ້ຮູ້ວ່າ: ວັນທີ 3 ມັງກອນ 2022 ເປັນວັນຄົບຮອບ 1 ເດືອນ ທີ່ເປີດການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ພາຍໃນ 1 ເດືອນຜ່ານມາ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 670.000 ເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ ຈຳນວນ 170.000 ໂຕນ.
ການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ ລ້ວນແຕ່ມີທ່າອຽງເພີ່ມຂຶ້ນ ຖືວ່າເປັນຜົນງານທີ່ໜ້າຊົມເຊີຍ ໄດ້ກະຕຸກຊຸກຍູ້ເສດຖະກິດ ແລະ ການທ່ອງທ່ຽວລຽບຕາມເສັ້ນທາງລົດໄຟຢ່າງແຂງແຮງ ໄດ້ເລັ່ງສ້າງເສັ້ນທາງຈໍລະຈອນສິນຄ້າອັນໃໝ່ລະຫວ່າງຈີນ ແລະ ອາຊຽນ ທັງໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການປັບປຸງເງື່ອນໄຂການເດີນທາງຂອງປະຊາຊົນສອງຊາດຈີນ-ລາວ ຊຸກຍູ້ຮອບໝູນວຽນດ້ານເສດຖະກິດພາບໃນປະເທດ ແລະ ສາກົນໃຫ້ໂລ່ງລ່ຽນ ຊຸກຍູ້ການສ້າງແລວເສດຖະກິດຈີນ-ລາວ.
ເສັ້ນທາງລົດໄຟລາວ-ຈີນ ມີຄວາມປອດໄພ ເປັນມິດກັບສິ່ງແວດລ້ອມ ມີປະສິດທິພາບສູງ ແລະ ມີຄວາມສະດວກວ່ອງໄວ ຈຶ່ງໄດ້ກາຍເປັນທາງເລືອກອັນດັບໜຶ່ງສຳລັບການເດີນທາງຂອງປະຊາຊົນລຽບຕາມເສັ້ນທາງລົດໄຟສາຍນີ້ ຈຳນວນຜູ້ໂດຍສານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ນັບແຕ່ການເປີດນຳໃຊ້ເປັນເວລາ 1 ເດືອນເປັນຕົ້ນມາ ຢູ່ຕາມເສັ້ນທາງລົດໄຟຈີນ-ລາວ ຕອນປະເທດຈີນ ຈຳນວນຂົນສົ່ງຜູ້ໂດຍສານໃນມື້ດຽວໄດ້ເພີ່ມຂຶ້ນຈາກ 19.000 ເທື່ອຄົນ ໃນຕອນເປີດການນຳໃຊ້ ເພີ່ມຂຶ້ນເປັນ 33.000 ເທື່ອຄົນ ໃນມື້ທີ່ມີຈຳນວນຜູ້ໂດຍສານຫຼາຍທີ່ສຸດ ລວມທັງໝົດໄດ້ຂົນສົ່ງຜູ້ໂດຍສານ 620.000 ເທື່ອຄົນ ຢູ່ຕອນປະເທດລາວ ຈຳນວນຂົນສົ່ງຜູ້ໂດຍສານໃນມື້ດຽວຂອງຂະບວນ “ລ້ານຊ້າງ” ໄດ້ເພີ່ມຈາກ 1.000 ຄົນ ໃນຕອນເປີດການນຳໃຊ້ ເພີ່ມຂຶ້ນເປັນ 2.600 ກວ່າເທື່ອຄົນ ໃນມື້ທີ່ມີຈຳນວນຜູ້ໂດຍສານຫຼາຍທີ່ສຸດ ລວມທັງໝົດແລ້ວ ໄດ້ຂົນສົ່ງຜູ້ໂດຍສານ 50.000 ເທື່ອຄົນ ເຊິ່ງໄດ້ກະຕຸກຊຸກຍູ້ເສດຖະກິດ ແລະ ການທ່ອງທ່ຽວລຽບຕາມເສັ້ນທາງລົດໄຟສາຍນີ້ຢ່າງແຂງແຮງ ແລະ ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາຂີ່ລົດໄຟໄປທ່ຽວແຫຼ່ງທ່ອງທ່ຽວຕ່າງໆ;
ເສັ້ນທາງລົດໄຟລາວ-ຈີນ ຍັງໄດ້ສ້າງເສັ້ນທາງຈໍລະຈອນສິນຄ້າທີ່ສະດວກວ່ອງໄວຢູ່ລະຫວ່າງຈີນ ແລະ ອາຊຽນ ເພີ່ມກຳລັງຂັບເຄື່ອນອັນໃໝ່ໃຫ້ກັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ແລະ ອາຊຽນ ເຮັດໃຫ້ວິສາຫະກິດຫຼາຍແຫ້ງ ສາມາດຊົມໃຊ້ໂອກາດ ແລະ ຜົນປະໂຫຍດຈາກເສັ້ນທາງລົດໄຟລາວ-ຈີນ ນັບແຕ່ເປີດການນຳໃຊ້ຢ່າງເປັນທາງການເປັນເວລາ 1 ເດືອນຜ່ານມາ ໄດ້ມີຂະບວນລົດໄຟຂົນສົ່ງສິນຄ້າ 380 ຖ້ຽວ ໂດຍຂົນສົ່ງສິນຄ້າ 170.000 ໂຕນ ຈຳນວນ 10 ກວ່າແຂວງ ແລະ ກຳແພງນະຄອນ ຂອງປະເທດຈີນ ໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າທີ່ໄປສູ່ນະຄອນຫຼວງວຽງຈັນ ແລະ ຕົວເມືອງອື່ນໆຂອງປະເທດລາວ ປະເພດສິນຄ້າກໍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ຄຽງຄູ່ກັບການເກີດມີຜົນບັງຄັບໃຊ້ຂອງສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ປະລິມານຂົນສົ່ງສິນຄ້າຕາມເສັ້ນທາງລົດໄຟລາວ-ຈີນ ຈະເພີ່ມຂຶ້ນຢ່າງໝັ້ນທ່ຽງ.
# ຂ່າວ – ພາບ : ບຸນມີ