ສີສັດຕະນາກ ສືບຕໍ່ມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19

    ທ່ານ ຄໍາພັນ ວິເສດສິນ ອະນຸກຳມະການເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງສີສັດຕະນາກ ໄດ້ແຈ້ງໃຫ້ວ່າ: ພາຍໃຕ້ການຊີ້ນຳຂອງທ່ານເຈົ້າເມືອງ ແລະ ທ່ານຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງສີສັດຕະນາກ ຄະນະພວກເຮົາໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ ເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

   ກິດຈະກຳການເຄື່ອນໄຫວໃນແຕ່ລະວັນ ໄດ້ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ບ້ານເປົ້າໝາຍ ລົງເກັບຕົວຢ່າງ ສີດຢາຂ້າເຊື້ອ ພ້ອມກັນການໂຄສະນາປະສາສຳພັນຜ່ານລົດໂທລະໂຂງ ແລະ ຜ່ານໂທລະໂຂ່ງປະຈຳແຕ່ລະບ້ານໃນແຕ່ລະວັນ ສະເລ່ຍໃຫ້ໄດ້ວັນລະ 5 ເປົ້າໝາຍ 10 ກວ່າຈຸດ ພາຍໃນເມືອງ ເຊິ່ງຫຼ້າສຸດ ໃນວັນທີ 30 ທັນວາ 2021 ຜ່ານມາ ທີມງານພວກເຮົາໄດ້ລົງປະຕິບັດວຽກງານຕົວຈິງໄດ້ 5 ບ້ານ 13 ຈຸດ ປະກອບມີບ້ານດອນປ່າໃໝ່ ມີ 2 ຈຸດ ດອນນົກຂຸ້ມ 2 ຈຸດ ວັດນາກ 2 ຈຸດ ດົງສະຫວາດ 5 ຈຸດ ແລະ ບ້ານທ່າພະລານໄຊ 2ຈຸດ.

    ໂອກາດນີ້ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວເມືອງສີສັດຕະນາກ ຈົ່ງເພີ່ມທະວີເອົາໃຈໃສ່ມາດຕະ ການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ທ່ານໃດຮູ້ສຶກຕົນເອງນອນໃນກຸ່ມສຽງ ໄດ້ສຳຜັດກັບຜູ້ ຕິດເຊື້ອ ໃຫ້ກັກບໍລິເວນຕົນເອງ ໄປພົບແພດໝໍເພື່ອກວດຫາເຊື້ອ ບໍ່ໃຫ້ປິດບັງເຊື່ອງອຳ ຂໍຄວາມຮ່ວມມື ກັບການຈັດຕັ້ງທຸກພາກສ່ວນໃນສັງຄົມ ນິຕິບຸກຄົນ ໃຫ້ການຮ່ວມມື ປະສານສົມທົບກັບຄະນະຂອງພວກ ເຮົາ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ ມີສະຕິເປັນເຈົ້າການບໍ່ໃຫ້ຢ້ານກົວເກີນເຫດ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍສະເພາະການຮັກສາໄລຍະຫ່າງ ໃສ່ຜ້າປິດປາກ-ດັງ ໜັ່ນລ້າງມືດ້ວຍສະບູ ແລະ ເຈວລ້າງມື ທີ່ສຳຄັນ ບໍ່ຈຳເປັນບໍ່ອອກຈາກເຮືອນ ດູແລຮັກສາສຸຂະພາບຕົນເອງໃຫ້ດີທີ່ສຸດ.

 ຂ່າວ – ພາບ: ບຸນມີ

error: Content is protected !!