ວັກຊີນ Pfizer ຈໍານວນ 799.110 ໂດສ໌ ໂດຍການຊ່ວຍເຫຼືອຂອງສະ​ຫະ​ລັດ​ອາ​ເມຣິ​ກາ ໄດ້ມາຮອດ ສປປ ລາວ ແລ້ວ

    ວັນທີ 2 ມັງກອນ 2022 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຮັບຢາວັກຊີນປ້ອງກັນພະຍາດໂຄວິດ-19 Pfizer BioNTech ຊຸດໃໝ່ ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມຣິກາຜ່ານ COVAX Facility – ເຊີ່ງແມ່ນການຮ່ວມມືກັນລະຫວ່າງອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດ ຕະກໍາ ເພື່ອຮັບມືກັບພະຍາດລະບາດ (CEPI) ແລະ ອົງການອະນາໄມໂລກ (WHO) ໂດຍມີອົງການອຸຍນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ. 

    ວັກຊີນ Pfizer BioNTech ເເມ່ນໄດ້ຮັບຮອງວ່າປອດໄພ ແລະ ມີປະສິດທິພາບໂດຍອົງການອະນາໄມໂລກແລ້ວ ເເລະ ຍັງເປັນວັກຊີນປ້ອງກັນພະຍາດໂຄວິດ-19 ທຳອິດທີ່ອະນຸມັດໂດຍອົງການອະນາໄມໂລກ ໃຫ້ນຳໃຊ້ກັບກຸ່ມຄົນອາຍຸ 12 ປີຂຶ້ນໄປ. ວັກຊີນເຫຼົ່ານີ້ ຈະຊ່ວຍປົກປ້ອງຊີວິດປະຊາຊົນລາວ ແລະ ຊ່ວຍປ້ອງກັນການເເຜ່ລະບາດຂອງສາຍພັນໃໝ່ຂອງພະຍາດທີ່ອັນຕະລາຍກວ່າເກົ່າ. 

    ການຈັດສົ່ງວັກຊີນຫຼ້າສຸດນີ້ ໂດຍສະຫະລັດອາເມຣິກາ ເເມ່ນປະກອບດ້ວຍວັກຊີນ Pfizer BioNTech ຈໍານວນ 799.110 ໂດສ໌. ວັກຊີນຈຳນວນດັ່ງກ່າວ ເປັນຊຸດທໍາອິດຈາກຈຳນວນທັງໝົດຂອງການຊ່ວຍເຫຼືອວັກຊິນຄັ້ງຫຼ້າ​ສຸດຈາກສະຫະລັດອາເມຣິກາ ໃຫ້ເເກ່ ສປປ ລາວ ໂດຍຈຳນວນທັງໝົດຂອງວັກຊີນທັງສອງຊຸດ ແມ່ນ 1.698.840 ໂດສ໌ ເເລະ ຄາດວ່າວັກຊິນຊຸດທີ່ສອງ ເຊີ່ງປະກອບມີຈໍານວນ 899.730 ໂດສ໌ ນັ້ນ ແມ່ນຈະມາຮອດ ສປປ ລາວ ໃນກາງເດືອນມັງກອນ 2022. ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນສືບຕໍ່ຈາກການຊ່ວຍເຫຼືອວັກຊີນ Johnson & Johnson ຈໍານວນ 1.000.000 ໂດສ໌ ໂດຍສະຫະລັດອາເມຣິກາ ໃນເດືອນກໍລະກົດ 2021 ທີ່ຜ່ານມາ. 

    ການຈັດສົ່ງ ໄດ້ຖືກຕ້ອນຮັບໂດຍພະນະທ່ານ ປອ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທີ່ສະໜາມບິນສາກົນວັດໄຕ ໂດຍການເຂົ້າຮ່ວມຂອງທ່ານນາງ ຈອຍ ມິຊິໂກະ ຊາກຸໄຣ ອຸປະທູດສະຫະລັດອາເມຣິກາ ທ່ານ ຄະເລນ ຮິ້ວ ວ່າການຜູ້ຕາງໜ້າອົງການ USAID ທ່ານນາງ ລີໂອເຕັສ ເຮລິນ ວ່າການຜູ້ຕາງໜ້າອົງການອຸຍນິເຊັບປະຈຳ ສປປ ລາວ ແລະ ທ່ານ ​ດຣ.​ ຢູ ​ລີ ​ປາກ ວ່າການຜູ້ຕາງໜ້າ ​ອົງການ​ອະນາ​ໄມ​ໂລກ​ ປະຈໍາ ສປປ ລາວ. 

    ພິທີມອບ-ຮັບ ວັກຊີນທັງສອງຊຸດນີ້ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ສະຫະລັດອາເມຣິກາ ເເມ່ນຈະໄດ້ຈັດຂຶ້ນຢ່າງເປັນທາງການໃນຕົ້ນປີ 2022 ພາຍຫຼັງສຳເລັດການຈັດສົ່ງວັກຊີນຊຸດທີ່ສອງ ວັກຊີນ Pfizer BioNTech ທີ່ສະໜອງໃຫ້ໂດຍລັດຖະບານສະຫະລັດອາເມຣິກາ ແມ່ນຈະນຳໃຊ້ກັບກຸ່ມເປົ້າໝາຍໂດຍອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ ເຊີ່ງປະກອບມີີດັ່ງນີ້: ກຸ່ມຄົນອາຍຸ 12 ຫາ 17 ປີ ເເລະ ຜູ້ສູງອາຍຸ 60 ປີຂຶ້ນໄປ ຄົນທີ່ມີພະຍາດປະຈໍາຕົວ ເເລະ ແມ່ຍິງຖືພາ ການປະກອບສ່ວນຂອງລັດຖະບານສະຫະລັດອາເມຣິກາໃນຄັ້ງນີ້ຈະຊ່ວຍ ສປປ ລາວ ໃຫ້ສາມາດບັນລຸເປົ້າໝາຍການສັກຢາວັກຊີນໃຫ້ໄດ້ 80 % ຂອງປະຊາກອນພາຍໃນທ້າຍປີ 2022.

.. 

error: Content is protected !!