ສາມບໍລິສັດ ອວຍພອນໜັງສືພິມວຽງຈັນໃໝ່

    ວັນທີ 31 ທັນວາ 2021 ຜ່ານມາ ທ່ານ ນາງ ຂັນທະລີ ແສງສຸລິເດດ ຮອງປະທານບໍລິສັດ ແກ້ວທະວີຄູນເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈຳກັດ ພ້ອມຄະນະ ໄດ້ຕາງໜ້າໃຫ້ບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈຳກັດ ບໍລິສັດ ປາກຊ່ອງພັດທະນາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ສາລະວັນພັດທະນາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ນຳເອົາຂອງຂວັນເປັນປະເພດກາເຟສຳເລັດຮູບ ແລະ ພືດຜັກປອດສານພິດ ທີ່ເປັນຜະລິດຕະພັນຂອງບໍລິສັດ ມາອວຍພອນໜັງສືພິມວຽງຈັນໃໝ່ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ສາກົນ 2022 ກ່າວຮັບໂດຍທ່ານ ນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໃຫຍ່ໜັງສືພິມວຽງຈັນໃໝ່ ພ້ອມຄະນະ.

   ໂອກາດນີ້ ທ່ານນາງ ແກ້ວຊ້ອນ ຈັນທະນາມ ຕາງໜ້າໃຫ້ຄະນະບັນນາທິການ ແລະ ພະນັກງານໜັງສືພິມວຽງຈັນໃໝ່ ສະແດງຄວາມຂອບໃຈມາຍັງສາມບໍລິສັດທີ່ເຂົ້າມາອວຍພອນປີໃໝ່ສາກົນຄັ້ງນີ້ ພ້ອມທັງອວຍພອນໃຫ້ຜູ້ບໍລິຫານບໍລິສັດຈົ່ງມີສຸຂະພາບແຂງແຮງ ສືບຕໍ່ນຳພາບໍລິສັດດຳເນີນທຸລະກິດປະສົບຜົນສຳເລັດເປັນກ້າວໆ ສື່ໜັງສືພິມວຽງຈັນໃໝ່ ພ້ອມທີ່ຈະເປັນກະບອກສຽງໃນການໂຄສະນາເຜີຍແຜ່ຜະລິດຕະພັນ ກໍຄືສິນຄ້າຂອງບໍລິສັດໃຫ້ສັງຄົມ ກໍຄືຜູ້ບໍລິໂພກທັງພາຍໃນ ແລະ ຕ່າງ ປະເທດໄດ້ຮັບຮູ້ຢ່າງກວ້າງຂວາງ ເຮັດໃຫ້ບໍລິສັດມີຊື່ສຽງໄປເລື້ອຍໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!