ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

    ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸ່ຍ ແທັງ ເຊີນ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ສະ ຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-29 ທັນວາ 2021. ຈຸດປະສົງຂອງການຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ກໍຄືສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ  ແລະ  ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

    ໃນວັນທີ 28 ທັນວາ 2021 ທີ່ນະຄອນຫຼວງຮ່າໂນ້ຍ ໄດ້ມີກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ຄັ້ງທີ 8 ໂດຍການເປັນປະທານຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ບຸ່ຍ ແທັງ ເຊີນ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ແລະ ມີຄະນະຜູ້ແທນ ຈາກບັນດາກົມກ່ຽວຂ້ອງຂອງສອງກະຊວງການຕ່າງປະເທດເຂົ້າຮ່ວມ. 

    ໃນໂອກາດນີ້ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະຜູ້ແທນລາວ ສະແດງຄວາມຂອບໃຈ ຕໍ່ສະຫາຍ ບຸ່ຍ ແທັງ ເຊີນ ກໍຄືການນໍາ ແລະ ພະນັກງານກະຊວງການຕ່າງປະເທດຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້. ສອງຝ່າຍໄດ້ທົບທວນຄືນການພົວພັນຮ່ວມມືຂອງສອງປະເທດ ລາວ-ຫວຽດນາມ ເວົ້າລວມກໍຄືການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນໄລຍະ 1 ປີຜ່ານມາ ຊຶ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ- ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໄປສູ່ລວງເລິກ ແລະ ລວງກວ້າງ ໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງ ການຕ່າງປະເທດ ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ເສດຖະ ກິດ, ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ ວັດທະນະທໍາ-ສັງຄົມ ແລະ ດ້ານອື່ນໆ. ພ້ອມນີ້ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ລວມເຖິງການພື້ນຟູເສດຖະກິດພາຍຫຼັງການເປີດປະເທດ ຊຶ່ງສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຖືໂອກາດນີ້ ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນດຽວກັນ ແຕ່ກໍໄດ້ບິແບ່ງການຊ່ວຍເຫຼືອອັນລໍ້າຄ່າ ດ້ວຍການສົ່ງທີມແພດໝໍ ແລະ ອຸປະກອນການແພດມາຊ່ວຍ ສປປ ລາວ ພ້ອມທັງໄດ້ແຈ້ງໃຫ້ຝ່າຍຫວຽດນາມຊາບ ກ່ຽວກັບແຜນການເປີດປະເທດຂອງ ສປປ ລາວ ໂດຍສະເພາະການເປີດຮັບນັກທ່ອງທ່ຽວ ພາຍໃຕ້ການທ່ອງທ່ຽວສີຂຽວ ໃນຕົ້ນປີ 2022 ນີ້. ນອກນີ້ ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ພ້ອມທັງໄດ້ປຶກສາຫາລືເພື່ອສືບຕໍ່ເພີ່ມທະວີການພົວພັນຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນໃນຂອບການຮ່ວມມືຂອງ ສປຊ ອາຊຽນ CLV CLMV ACMECS ອາເຊັມ ໜຶ່ງແລວໜຶ່ງເສັ້ນທາງ ແລະ ການຮ່ວມມືໃນຂອບອື່ນໆ. 

    ສອງຝ່າຍ ຍັງຢືນຢັນຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ແນໃສ່ຍົກສູງກົນໄກການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ ໃນຖານະທີ່ເປັນເສນາທິການໃຫ້ການນໍາຂັ້ນສູງຂອງສອງປະເທດ ແລະ ທັງເປັນຫົວຈັກຫຼັກແຫຼ່ງໃນການຊຸກ ຍູ້ສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະທດ. ໃນ ປີ 2022 ນີ້ ສອງຝ່າຍເຫັນດີເພີ່ມທະວີໃນການພົວພັນຮ່ວມມືເພື່ອຮ່ວມກັນຈັດບັນດາກິດຈະກໍາສະເຫຼີມສະຫຼອງຕ່າງໆ ເນື່ອງໃນໂອກາດປີແຫ່ງການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ ແລະ ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ພ້ອມນີ້ ກໍຍັງຈະເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຕື່ມອີກ. ນອກນີ້ ກອງປະຊຸມຍັງໄດ້ປຶກສາຫາລືກັນກ່ຽວກັບ ບັນດາທິດທາງແຜນການຮ່ວມມືໃນຕໍ່ໜ້າຂອງສອງກະຊວງການຕ່າງປະເທດ ເປັນຕົ້ນ ການສືບຕໍ່ຈັດຕັ້ງປະຕິ ບັດຂໍ້ຕົກລົງຮ່ວມມືທີ່ມີຮ່ວມກັນ ລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ປາກົດຜົນເປັນຮູບປະທໍາ ທັງການຄົ້ນຄວ້າເອກະສານຕ່າງໆ ການສ້າງນາຍແປພາສາ ການຝຶກອົບຮົມນັກການທູດ ແລະ ອື່ນໆ ສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານວ່າດ້ວຍການສົ່ງເສີມການທູດເສດຖະກິດ ລະຫວ່າງລາວ ແລະ ຫວຽດນາມ ໃຫ້ປາກົດຜົນເປັນຈິງ ແລະ ສາມາດສືບຕໍ່ຈັດຕັ້ງປະຕິບັດໄດ້ຢ່າງເປັນປົກກະຕິ ຊຸກຍູ້ໃຫ້ມີການປັບປຸງບາງນິຕິກໍາທາງດ້ານວຽກງານກົງສຸນສອງຝ່າຍ ເພື່ອກະກຽມໃຫ້ແກ່ການເປີດປະເທດໃນອະນາຄົດ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຊຸກຍູ້ເພີ່ມທະວີການເຮັດວຽກເສນາທິການໃຫ້ດີຂຶ້ນ ໃນການຕິດຕາມຊຸກຍູ້ ແກ້ໄຂຂໍ້ຫຍຸ້ງຍາກຂອງການພົວພັນຮ່ວມມືສອງຝ່າຍຂອງສອງປະເທດ ໃຫ້ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາຍິ່ງໆຂຶ້ນ. ພ້ອມດຽວກັນນີ້ ສອງຝ່າຍຍັງປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຄັ້ງຕໍ່ໄປ ທີ່ຈະຈັດຂຶ້ນຢູ່ທີ່ ສປປ ລາວ ໃນປີ 2022.

    ໃນຕອນເຊົ້າຂອງວັນທີ 29 ທັນວາ 2021 ໄດ້ມີກອງປະຊຸມສາມັນປະຈຳປີ ຄັ້ງທີ XXXI ລະຫວ່າງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຊຶ່ງຄະນະຜູ້ແທນຊາຍແດນຝ່າຍລາວ ນຳໂດຍສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນຊາຍແດນ ລາວ- ຫວຽດ ນາມ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ຫງວຽນ ມິງ ຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ ແທນຊາຍແດນຫວຽດນາມ- ລາວ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີທ່ານຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດເຂົ້າຮ່ວມ. ກອງປະຊຸມໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະຜູ້ແທນຊາຍແດນ ລາວ- ຫວຽດນາມ ຄັ້ງທີ XXX ໃນໜຶ່ງປີຜ່ານມາ ຊຶ່ງສອງຝ່າຍໄດ້ສັງເກດຕີລາຄາຄືນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບວຽກງານການຄຸ້ມຄອງຊາຍແດນ ການພັດທະນາເສດຖະກິດ ການຄ້າ ການທ່ອງທ່ຽວຊາຍແດນ ແລະ ການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ.  ກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງອົງການຊາຍແດນ ແລະ ເຈົ້າໜ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ ເຮັດໃຫ້ເສັ້ນຊາຍແດນກາຍເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຕະຫຼອດການ. ພ້ອມກັນນີ້ ສອງຝ່າຍຍັງໄດ້ເປັນເອກະພາບກັນວາງທິດທາງແຜນການໃນການຈັດຕັ້ງປະຕິບັດວຽກງານຊາຍແດນໃນຕໍ່ໜ້າ ບົນພື້ນຖານການປະຕິບັດບັນດາມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບການຄຸ້ມຄອງຊາຍແດນ ການປົກປັກຮັກສາບຸລະນະຫຼັກໝາຍຊາຍແດນປະເທດ ການຄຸ້ມຄອງການເຂົ້າ-ອອກຂ້າມຊາຍແດນ ການປົກປັກຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ ການລົງທຶນ ແລະ ການຄ້າຜ່ານດ່ານຊາຍແດນ ການຄຸ້ມຄອງດ່ານຊາຍແດນ ແລະ ເຊື່ອມຕໍ່ເສັ້ນທາງຄົມມະນາຄົມຜ່ານດ່ານຊາຍແດນ.

    ໃນຕອນບ່າຍຂອງວັນດຽວກັນ ໄດ້ມີກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ) ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍສະຫາຍ ສະ ເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍຫວຽດນາມ ນຳໂດຍສະຫາຍ ບຸ່ຍ ແທງ ເຊິນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີທ່ານຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດເຂົ້າຮ່ວມ. ໃນກອງປະຊຸມ ສອງຝ່າຍເຫັນດີເປັນເອກະພາບກັນວ່າ ການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ) ແມ່ນການຕັດສິນໃຈຂອງສອງລັດຖະບານ ເພື່ອແນໃສ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ການຄົມມະນາຄົມໄປມາຫາສູ່ລະຫວ່າງປະຊາຊົນສອງຊາດ ແລະ ພາກສ່ວນທຸລະກິດຂອງສອງປະເທດ ກໍຄືບັນດາປະເທດອະນຸພາກພື້ນແມ່ນໍ້າຂອງໃຫ້ມີຄວາມສະດວກວ່ອງໄວ ແລະ ທັງເປັນການປະຕິບັດຍຸດທະສາດແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ໝູນ ໃຊ້ທ່າແຮງທີ່ເປັນຈຸດໃຈກາງຂອງສູນກາງອາຊຽນໃຫ້ກາຍເປັນແລວທາງເສດຖະກິດຂອງພາກພື້ນ. ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ) ແມ່ນຄູ່ດ່ານສາກົນແຫ່ງທໍາອິດໃນຈໍານວນ 7 ຄູ່ດ່ານທີ່ໄດ້ຍົກຂຶ້ນໃນສົນທິສັນຍາ ກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ຄົນໃນການໄປມາຂ້າມຜ່ານຊາຍແດນລະຫວ່າງບັນດາປະເທດໃນຂົງເຂດອານຸພາກພື້ນລຸ່ມແມ່ນໍ້າຂອງ (ເອີ້ນຫຍໍ້ວ່າສັນຍາ GMS-CBTA) ກໍ່ຄື ການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ”  ຢູ່ຄູ່ດ່ານ ສາກົນແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ). ວຽກງານດັ່ງກ່າວນີ້ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ທັງເປັນໜ້າທີ່ຄວາມຮັບຜິດຊອບຂອງບັນດາປະເທດທີ່ໄດ້ລົງນາມໃນສັນຍາ GMS-CBTA ຊຶ່ງເປັນການປະຕິຮູບວິທີການດຳເນີນເອກະສານຂົງເຂດພາສີ ພ້ອມທັງເປັນການຖອດຖອນບົດຮຽນການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ດັ່ງກ່າວນີ້ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ບັນດາດ່ານຊາຍແດນອື່ນໆໃນຂັ້ນຕໍ່ໄປ. ເຖິງແມ່ນວ່າການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາຍັງພົບຄວາມຫຍຸ້ງຍາກ ແລະ ອຸປະສັກບາງປະການ ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ສອງຝ່າຍກໍໄດ້ເອກະພາບກັນ ຈະສືບຕໍ່ເອົາໃຈໃສ່ຮ່ວມມືກັນຢ່າງສະໜິດແໜ້ນ ນັບແຕ່ລະດັບສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອແນໃສ່ປັບປຸງຮູບແບບການກວດກາດັ່ງກ່າວໃຫ້ແທດ ເໝາະກັບສະພາບຕົວຈິງໃນອະນາຄົດ ໂດຍສະເພາະການຊອກຫາວິທີທາງໃນການແກ້ໄຂຂໍ້ຄົງຄ້າງທີ່ມີໃນປັດຈຸບັນ ປັບປຸງຮູບແບບທີ່ເໝາະສົມທີ່ສຸດໃຫ້ແກ່ຈຸດພິເສດ ແລະ ສະພາບຂອງຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ) ລົງນາມສົນທິສັນຍາລະດັບລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ”  ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ) ພ້ອມທັງເພີ່ມການລົງທຶນດ້ານພື້ນຖານໂຄງລ່າງ ປະກອບເຄື່ອງມືອຸປະກອນຮັບໃຊ້ທີ່ທັນສະໄໝ ເພື່ອຍົກລະດັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. 

    ທັງ 3 ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ແຫ່ງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຊຶ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງບໍ່ຢຸດຢັ້ງ.. 

error: Content is protected !!