ວັນນີ້ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1.006 ຄົນ ແລະ ເສຍຊີວິດ 12 ຄົນ

    ຮຽກຮ້ອງທຸກຄົນ ໄລຍະສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ຈົ່ງເພີ່ມທະວີປະຕິບັດມາດຕະການປ້ອງກັນພະຍາດຢ່າງເຂັ້ມງວດ ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ບູນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 31 ທັນວາ 2021 ຢູ່ກະຊວງສາທາະລະນະສຸກວ່າ: ວັນທີ 30 ທັນວາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.100 ຕົວຢ່າງ ຜົນວິໄຈກວດພົບຜູ້ຕິດເຊື້ອທັງໝົດ 1.006 ຄົນ (ຕິດເຊື້ອພາຍໃນ ມີ 1.005 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ). 

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ທັງໝົດ 1.005 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 394 ຄົນ 
  2. ອຸດົມໄຊ 114 ຄົນ 
  3. ຫຼວງນໍ້າທາ 52 ຄົນ 
  4. ວຽງຈັນ 35 ຄົນ 
  5. ຊຽງຂວາງ 28 ຄົນ 
  6. ບໍ່ແກ້ວ 58 ຄົນ 
  7. ຫຼວງພະບາງ 22 ຄົນ 
  8. ບໍລິຄໍາໄຊ 29 ຄົນ 
  9. ຜົ້ງສາລີ 12 ຄົນ 
  10. ເຊກອງ 30 ຄົນ 
  11. ໄຊສົມບູນ 37 ຄົນ 
  12. ໄຊຍະບູລີ 23 ຄົນ 
  13. ສະຫັວນນະເຂດ 18 ຄົນ 
  14. ຄໍາມ່ວນ 20 ຄົນ 
  15. ຫົວພັນ 3 ຄົນ 
  16. ຈໍາປາສັກ 21 ຄົນ 
  17. ສາລະວັນ 106 ຄົນ 1
  18. ອັດຕະປື 3 ຄົນ 

    ສ່ວນກໍລະນີນຳເຂົ້າແມ່ນມີ 1 ຄົນ ຈາກແຂວງສະຫວັນນະເຂດ. 

    ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 111.060 ກໍລະນີ ອອກໂຮງໝໍວານນີ້ 930 ຄົນ ແລະ ກໍາລັງປິ່ນປົວ 9.060 ຄົນ ແລະ ເສຍຊີວິດສະສົມທັງໝົດ 372 ຄົນ (ເສຍຊີວິດໃໝ່ 12 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 12 ຄົນ ຈາກ: ນະຄອນຫຼວງ 9 ຄົນ ສະຫວັນນະເຂດ 1 ຄົນ ຜົ້ງສາລີ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ. 

    • ມື້ນີ້ ກໍເປັນອີກມື້ໜຶ່ງທີ່ທົ່ວປະເທດຕົວເລກຕິດເຊື້ອຍັງສູງກ່ວາ 1 ພັນຄົນ ເຊິ່ງ 99% ລ້ວນແຕ່ແມ່ນການຕິດເຊື້ອພາຍໃນ ສະເພາະນະຄອນຫຼວງວຽງຈັນ ແມ່ນມີຕົວເລກຕິດເຊື້ອສູງໃນແຕ່ລະວັນ ສະເລ່ຍ 400 ກ່ວາຄົນ ຕໍ່ວັນ. 

    ສະພາບການລະບາດໃນທົ່ວປະເທດ ທ່າອ່ຽງຍັງສູງຂື້ນ ແລະ ຍັງບໍ່ຮູ້ເມື່ອໃດຈະຫຼຸດລົງເທື່ອ ! ສະນັ້ນ ພວກເຮົາທຸກຄົນຈະຕ້ອງເພີ່ມທະວີມາດຕະການປ້ອງກັນຕົນເອງໃຫ້ຫຼາຍຂື້ນກ່ວາເກົ່າ 

    ສິ່ງທີ່ໜ້າເປັນຫ່ວງຢູ່ປະເທດໃກ້ຄຽງໃນເວລານີ້ ມີລາຍງານການລະບາດສາຍພັນ Omicron ຈຶ່ງເຫັນໄດ້ວ່າ ສປປ ລາວ ເຮົາ ກຳລັງຢູ່ໃນສະພາບການທີ່ມີຄວາມສ່ຽງສູງ ທີ່ອາດຈະມີການລະບາດສາຍພັນດັ່ງກ່າວຢູ່ ສປປ ລາວ. 

    ສະນັ້ນ ພວກເຮົາໝົດທຸກຄົນບໍ່ຄວນປະໝາດ ລະເຫຼີງ ໂດຍເດັດຂາດ ຕ້ອງພ້ອມກັນມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ສືບຕໍ່ປະຕິບັດຕາມຄຳສັ່ງ ຄຳແນະນຳ ແລະ ແຈ້ງການໃຫ້ເຂັ້ມງວດ ພັກ ແລະ ລັດຖະບານ ໄດ້ຕິດຕາມປະເມີນສະພາບການທຸກໆໄລຍະ ແລະ ເຝົ້າລະວັງຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີການລະບາດຢູ່ປະເທດຂອງພວກເຮົາ. 

    ປັດຈຸບັນ ບັນດາປະເທດໃນທົ່ວໂລກ ລວມທັງ ສປປ ລາວ ເຮົາ ແມ່ນເຫັນຄວາມສຳຄັນໃນການໃຫ້ວັກຊິນທົ່ວປວງຊົນ ເພື່ອເປັນການສ້າງພູມຄຸ້ມກັນໃນຊຸມຊົນ ແລະ ຖືວ່າເປັນມາດຕະການອີກອັນໜຶ່ງທີ່ຈະສາມາດຢັບຢັ້ງ ແລະ ຫຼດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ອອກເປັນວົງກ້ວາງໃນສັງຄົມ. ດັ່ງນັ້ນ ພັກ ແລະ ລັດຖະບານ ແມ່ນສືບຕໍ່ຈັດຫາວັກຊິນເພີ່ມ ເພື່ອໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ຮັບວັກຊີນຕາມຄາດໝາຍທີ່ວາງໄວ້ ແລະ ໃຫ້ໄດ້ຮັບຫຼາຍທີ່ສຸດ ພ້ອມກັນນີ້ ກໍໄດ້ເຮັດແຜນແຈກຢາຍ ໃຫ້ແຕ່ລະພາກສ່ວນ ຕາມສະພາບ ແລະ ເງື່ອນໄຂຕົວຈິງຂອງແຕ່ລະບ່ອນຢ່າງເໝາະສົມ. ປັດຈຸບັນ ກຳລັງເລັ່ງສັກເຂັມທີ 3 ກໍຂໍໃຫ້ບັນດາທ່ານຈົ່ງພາກັນໄປສັກໃນສະຖານທີ່ໃກ້ບ້ານທ່ານ ເພື່ອຫຼຸດຜ່ອນອັດຕາການເຈັບໜັກ ແລະ ເສຍຊີວິດ. ການໄດ້ຮັບວັກຊິນ ແມ່ນການຫຼຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ເພາະຜູ້ໄດ້ຮັບວັກຊິນມີພູມຄຸ້ມກັນຕໍ່ກັບເຊື້ອພະຍາດດັ່ງກ່າວ ແລະ ຖ້າມີການຕິດເຊື້ອໃນຜູ້ທີ່ຮັບວັກຊິນແລ້ວ ອາການຮຸນແຮງຈະຫຼຸດລົງ ເຖິງແມ່ນວ່າທ່ານຈະໄດ້ຮັບວັກຊີນໂຄວິດຄົບແລ້ວກໍຕາມ ກໍຍັງສາມາດຕິດເຊື້ອໄດ້ ແຕ່ອາການຈະບໍ່ຮຸນແຮງເທົ່າຄົນທີ່ບໍ່ໄດ້ສັກວັກຊີນ. ຄຽງຄູ່ກັບການສັກວັກຊີນ ຍັງຈຳເປັນຕ້ອງໄດ້ປະຕິບັດມາດຕະການປ້ອງກັນຕົນເອງ ແລະ ການຮັກສາໄລຍະຫ່າງໃນສັງຄົມຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຕົວເຮົາເອງ ແລະ ທຸກຄົນໃນສັງຄົມ ໃນໄລຍະຜ່ານມາ ສັງເກດເຫັນວ່າ ຫຼາຍທ່ານໄດ້ກວດຊອກຫາເຊື້ອດ້ວຍຕົນເອງ ດ້ວຍຊຸດເຄື່ອງກວດແບບໄວ ເມື່ອຜົນກວດຂຶ້ນ 2 ຂີດ ກໍບໍ່ລາຍງານໃຫ້ພາກສ່ວນກ່ຽວຂ້ອງຮັບຊາບ ພ້ອມທັງປົກປິດຂໍ້ມູນຕົນເອງ ເນື່ອງຈາກຢ້ານຖືກສັງຄົມລັງກຽດ ແລະ ອາດຈະສົ່ງຜົນກະທົບຕໍ່ວຽກງານຂອງຕົນ. ສະນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ຄອບຄົວ ໝູ່ເພື່ອນ ຄົນອ້ອມຂ້າງ ເພື່ອນຮ່ວມງານ ແລະ ສັງຄົມ ຈົ່ງມີຄວາມເອື້ອເຟື້ອເຜື່ອແຜ່ຕໍ່ຜູ້ທີ່ຕິດເຊື້ອ ແລະ ໃຫ້ກຳລັງໃຈເພື່ອໃຫ້ເຂົາເຈົ້າສາມາດກັບມາໃຊ້ຊີວິດແບບປົກກະຕິໄດ້ໂດຍໄວ. 

    ມື້ນີ້ກໍແມ່ນມື້ສຸດທ້າຍຂອງປີເກົ່າ ແລະ ຕ້ອນຮັບປີໃໝ່ທີ່ຈະມາເຖີງນີ້ ກໍຂໍໃຫ້ທຸກຄົນມີສະຕິນຳກັນ ສະເຫຼີມສະຫຼອງປີໃໝ່ກັບຄົນໃນເຮືອນຂອງຕົນເອງເທົ່ານັ້ນ ທັງນີ້ກໍເພື່ອໃຫ້ຕົນເອງ ແລະ ສະມາຊິກໃນຄອບຄົວມີຄວາມປອດໄພ ຫຼີກລ່ຽງຈາກການຕິດເຊື້ອພະຍາດໂຄວິດ-19 ພ້ອມກັນນີ້ ກໍໃຫ້ມີສະຕິໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕະຫຼອດເວລາ ໂດຍຢຶດໝັ້ນການຮັກສາໄລຍະຫ່າງ ໃສ່ຜ້າປິດປາກ-ດັງ ໝັ່ນລ້າງມືດ້ວຍເຈວທີ່ມີທາດເຫຼົ້າ ແລະ ບໍ່ຊຸມແຊວທຸກຮູບແບບກັບຄົນອຶ່ນ. 

    ເນື່ອງໃນໂອກາດປີໃໝ່ທີ່ຈະມາເຖິງໃນມື້ຄ່ຳນີ້ ຂໍອວຍພອນໄຊໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບແຂງແຮງ ແລະ ສືບຕໍ່ຊີ້ນຳ-ນຳພາ ປະເທດຂອງພວກເຮົາ ໃຫ້ສາມາດຜ່ານວິກິດການລະບາດ ຂໍອວຍພອນໄຊໃຫ້ພໍ່ແມ່ພີ່ນ້ອງ ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ມີຜົນສຳເລັດໃນໜ້າທີ່ວຽກງານຂອງຕົນປາດສະຈາກການເຈັບເປັນຈາກພະຍາດໂຄວິດ-19.

# ຂ່າວ – ພາບ : ລັດເວລາ

error: Content is protected !!