ສວນວັດທະນະທໍາຊຽງຄວນ ຈະເລີ່ມເປີດໃຫ້ບໍລິການເດືອນມັງກອນ 2022

    ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອໍານວຍການບໍລິສັດ ສວນວັດທະນະທໍາຊຽງຄວນ ຈໍາກັດຜູ້ດຽວ ໃຫ້ສໍາພາດວັນທີ 30 ທັນວາ 2021 ວ່າ: ສວນວັດທະນະທໍາຊຽງຄວນ ເປັນສະຖາທີ່ທ່ອງທ່ຽວທາງດ້ານວັດທະນະທໍາ ຕິດພັນກັບທໍາມະຊາດ ມີອາກາດປອດໂປ່ງ ເຊິ່ງຕັ້ງຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍສະຖານທີ່ດັ່ງກ່າວໄດ້ມີການປະຕິສັງຂອນພະພຸດທະຮູບ ວັດຖຸບູຮານຄືນໃໝ່ ປັບປຸງສ້ອມແປງເສັ້ນທາງຍ່າງພາຍໃນສວນ ກໍ່ສ້າງສວນສາທາລະນະ ຮ້ານອາຫານ ບ່ອນຫຼີ້ນເດັກນ້ອຍ ຕູບພັກເຊົາ ປັບປຸງສະຖານທີ່ຈອດລົດ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ປັດຈຸບັນ ການປັບປຸງໄດ້ສໍາເລັດ 100% ພ້ອມໃຫ້ບໍລິການຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພິເສດ ໃນໄລຍະທີ່ລັດຖະບານເປີດບໍລິການຕ້ອນຮັບນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດໃນເຂດທ່ອງທ່ຽວສີຂຽວທີ່ປອດໄພຈາກພະຍາດໂຄວິດ-19 ສວນດັ່ງກ່າວໄດ້ມີຄວາມກຽມຄວາມພ້ອມຮອບດ້ານ ເພື່ອໃຫ້ບໍລິການແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. 

    ສວນວັດທະນະທໍາຊຽງຄວນ ມີພະພຸດທະຮູບປາງຕ່າງໆທີ່ມີຄວາມເກົ່າແກ່ເປັນຈຳນວນຫຼາຍ ມີທັງພະພຸດທະຮູບນ້ອຍ ແລະ ໃຫຍ່ ນອກນັ້ນ ຍັງມີຮູບປັ້ນຈຳລອງກ່ຽວກັບນະລົກ ສະຫວັນ ທີ່ເປັນເອກະລັກ ແລະ ຫຼາຍຄົນໃຫ້ຄວາມສົນໃຈເຂົ້າໄປທ່ຽວຊົມ ແລະ ຖ່າຍຮູບຢູ່ຊັ້ນສູງສຸດ ພິເສດ ໂດດເດັ່ນກວ່າໝູ່ແມ່ນການສ້າງປະຕູໂຂງທາງເຂົ້າສວນທີ່ມີຄວາມສວຍງາມ ເຊິ່ງສວນແຫ່ງນີ້ໄດ້ມີຄວາມກຽມພ້ອມທຸກດ້ານເປັນຕົ້ນ ສະຖານທີ່ໃຫ້ບໍລິການ ແລະ ມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ໃນນີ້ ສວນໄດ້ມີການເຝິກອົບຮົມບຸຄະລາກອນໃນການໃຫ້ບໍລິການນັກທ່ອງທ່ຽວຕາມມາດຕະການຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກ່ອນເຂົ້າສວນຕ້ອງໄດ້ຮັບການວັດແທກອຸນຫະພູມ ມີຜ້າອັດປາກ-ອັດດັງ ແລະ ແນະນໍາໃຫ້ນັກທ່ອງທ່ຽວຮັກສາໄລຍະຫ່າງ ສິ່ງສໍາຄັນ ສວນວັດທະນະທໍາຊຽງຄວນເປັນສະຖານທີ່ມີອາກາດປອດໂປ່ງ ແລະ ຕິດພັນກັບແມ່ນໍ້າຂອງ ທັງເປັນແລນມາກຂອງເມືອງຫາດຊາຍຟອງ ໃນໄລຍະເປີດໃຫ້ບໍລິການວັນທີ 1 ມັງກອນ 2022 ນີ້ 9 ຄົນທີ່ມາທໍາອິດແມ່ນຈະໄດ້ຮັບຂອງທີ່ລະນຶກຈາກສວນຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!