ທ່ານລັດຖະມົນຕີກະຊວງ ຍທຂ ກວດກາໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ

    ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍບັນດາກົມ ຫ້ອງການ ກອງ ແລະ ພະແນກການກ່ຽວຂ້ອງ ເດີນທາງໄປຢ້ຽມຢາມ ແລະ ກວດກາໂຄງການກໍ່ ສ້າງສະໜາມບິນສາກົນບໍ່ແກ້ວ ວັນທີ 29-30 ທັນວາ 2021 ເພື່ອຊີ້ນຳວຽກງານກ່ຽວກັບການກໍ່ສ້າງ ແລະ ປຶກສາຫາລືກ່ຽວກັບຄວາມພ້ອມໃນການເປີດສະໜາມບິນແຫ່ງໃໝ່ ໃນ ສປປ ລາວ.

    ໂອກາດນີ້ ທ່ານລັດຖະມົນຕີ ກໍໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບໂຄງການສະໜາມບິນສາກົນບໍ່ແກ້ວ ເຊິ່ງທ່ານ ຕູ້ ຫົວໜ້າໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ໄດ້ລາຍງານຄວາມຄືບໜ້າໃນການກໍ່ສ້າງອາຄານຜູ້ໂດຍສານ ທາງຍົນແລ່ນ ສິ່ງອຳນວຍຄວາມສະດວກຂອງສະໜາມບິນ ແລະ ລະ ບົບສື່ສານໃນສະໜາມບິນ ຈາກນັ້ນກໍໄດ້ຄົ້ນຄວ້າ ປຶກສາຫາລື ແລະ ແລກປ່ຽນບົດຮຽນ ລະຫວ່າງຜູ້ພັດ ທະນາ ແລະ ເບື້ອງລັດ ສະໜາມບິນສາກົນບໍ່ແກ້ວ ຕັ້ງຢູ່ບ້ານສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ອ້ອມຮອບໄປດ້ວຍພູຜາປ່າໄມ້ ແລະ ແມ່ນ້ຳຂອງ ມີທິວທັດທໍາມະຊາດທີ່ສວຍສົດງົດງາມ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ 5 ກິໂລແມັດ ໄດ້ເລີ່ມກໍ່ສ້າງແຕ່ປີ 2019 ເປັນຕົ້ນມາ ປັດຈຸບັນໜ້າວຽກຫຼັກມີຄວາມຄືບໜ້າ ແລະ ສໍາເລັດຫຼາຍດ້ານ ໂດຍສະເພາະອາຄານຜູ້ໂດຍສານ ອາຄານບໍລິການຜູ້ ໂດຍສານຊົ່ວຄາວ ຫໍບັນຊາການຈະລາຈອນທາງອາກາດ ລານຈອດ ທາງກິ້ງ ແລະ ທາງແລ່ນຂຶ້ນ-ລົງ ພ້ອມທັງສິ່ງອໍານວຍຄວາມສະດວກຕ່າງໆ ໂດຍວັນທີ 22 ທັນວາ 2021 ໄດ້ມີການຈັດພິທີທາງສາສະໜາ ກ່ອນຈະທົດລອງບິນຄັ້ງທຳອິດ ເພື່ອທົດສອບການຂຶ້ນ ແລະ ລົງຈອດ ທົດລອງລະບົບການສື່ສານ ສິ່ງອຳ ນວຍຄວາມສະດວກຕ່າງໆຢູ່ໃນສະໜາມບິນ ເຊິ່ງຄາດວ່າການກໍ່ສ້າງສະໜາມບິນດັ່ງກ່າວຈະສໍາເລັດ ແລະ ເປີດໃຫ້ບໍລິການໃນໄວໆນີ້. 

    ໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍແກ້ວຄັ້ງນີ້ ທ່ານ ວຽງສະຫວັດ ສີພັນດອນ ພ້ອມຄະນະ ຍັງໄດ້ພົບປະກັບທ່ານ ຈ້າວເຫວີຍ ປະທານສະພາບໍລິ ຫານເຂດເສດຖະກິດສາມຫຼ່ຽມຄຳ ແລະ ພົບປະກັບທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າຂອງສະໜາມບິນສາກົນບໍ່ແກ້ວ ພ້ອມທັງທ່ຽວຊົມເຂດເມືອງເກົ່າ (ສຸວັນນະໂຄມຄຳ) ຕື່ມອີກ.

error: Content is protected !!