ຈໍາລອງເຫດການເພື່ອຮັບມືໃນກໍລະນີພົບນັກທ່ອງທ່ຽວຕິດເຊື້ອໂຄວິດ-19

    ວັນທີ 30 ທັນວາ 2021 ທີ່ສະໜາມບິນສາກົນວັດໄຕ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບກະຊວງສາທາລະນະສຸກ ແລະ ພາກສ່ວນກຽວຂ້ອງ ໄດ້ລົງເຝິກແອບຕົວຈິງ ຫຼື ຈໍາລອງເຫດການ ເພື່ອຮັບມືໃນກໍລະນີພົບນັກທ່ອງທ່ຽວຕິດເຊື້ອໂຄວິດ-19 ແລະ ບັນຫາອື່ນໆທີ່ເກີດຂຶ້ນໃນເວລາເດີນທາງມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ເຊິ່ງນໍາພາໂດຍທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຜູ້ຊີ້ນໍາວຽກງານວັດທະນະທໍາ ແລະ ທ່ອງທ່ຽວ ມີບັນດາຜູ້ຕາງໜ້າຈາກກະຊວງ ພະແນກ ຫ້ອງການ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ການລົງເຝິກແອບຕົວຈິງ ຫຼື ຈໍາລອງເຫດການເພື່ອຮັບມືໃນກໍລະນີພົບນັກທ່ອງທ່ຽວຕິດເຊື້ອໂຄວິດ-19 ແລະ ບັນຫາອື່ນໆທີ່ເກີດຂຶ້ນໃນເວລາເດີນທາງມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວຄັ້ງນີ້ ເພື່ອຜັນຂະຫຍາຍແຈ້ງການຂອງລັດຖະບານ ມີນະໂນບາຍໃຫ້ເປີດຮັບນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ພື້ນທີ່ສີຂຽວ ແລະ ເສັ້ນທາງລົດໄຟສີຂຽວ ເຊິ່ງຈະໄດ້ເປີດຮັບນັກທ່ອງທ່ຽວໃນວັນທີ 1 ມັງກອນ 2022 ເປັນຕົ້ນໄປ ເພື່ອຮັບປະກັນທາງດ້ານສຸຂະພາບ ແລະ ສຸຂະນາໄມ ແລະ ເປັນທີ່ເພິ່ງພໍໃຈຂອງນັກທ່ອງທ່ຽວຊາວຕ່າງປະເທດ ກໍຄືພາຍໃນຂອງເຮົາ ສະນັ້ນ ຈຶ່ງໄດ້ຈໍາລອງເຫດການດັ່ງກ່າວມື້ນີ້ ໂດຍໄດ້ເຊີນພາກສ່ວນທີ່ກ່ຽຂ້ອງເຂົ້າມາມີສ່ວນຮ່ວມເຂົ້າມາໃນການຈັດຕັ້ງປະຕິບັດຈັດຕັ້ງໃນຄັ້ງນີ້ ເຊິ່ງຈະເລີ່ມຕົ້ນແຕ່ການຮັບນັກທ່ອງທ່ຽວເຂົ້າມາ ໂດຍມາຜ່ານຂັ້ນຕອນການກວດສຸຂະພາບ ຜ່ານຂັ້ນຕອນການກວດເອກະສານຈໍ້າກາເຂົ້າປະເທດ ເຂົ້າໄປສະຖານທີ່ໂຮງແຮມຕາມລາຍການທີ່ກໍານົດໄວ້ ສໍາລັບການຮັບບໍລິການນັກທ່ອງທ່ຽວນີ້ ແມ່ນຈະເປັນນັກທ່ອງທ່ຽວທີ່ຂຶ້ນທະບຽນນໍາບັນດາບໍລິສັດທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວທີ່ຈະຮັບນັກທ່ອງທ່ຽວນັ້ນ ກໍຕ້ອງໄດ້ຜ່ານການຂຶ້ນທະບຽນນໍາສະພາອຸດສາຫະກໍາການຄ້າ ແລະ ສະມາຄົມທ່ອງທ່ຽວ ແລະ ພະນັກງານນໍາທ່ຽວກໍເຊັນດຽວກັນ ກໍຕ້ອງມີໃບນໍາທ່ຽວ ແລະ ສັກວັກຊີນຄົບໂດສ ແລະ ຈະມີໂຮງແຮມຈໍາກັດໃຫ້ ສໍາລັບການໄປທ່ອງທ່ຽວ ແມ່ນໄປທ່ຽວຕາມທີ່ພວກເຮົາກໍານົດໄວ້ ແລະ ບໍລິສັດຕ່າງໆກໍານົດໄວ້ ຫຼັງຈາກນັ້ນ ກໍໄດ້ກັບຄືນຕາມຂະບວນການຂອງການນໍາທ່ຽວ.

# ຂ່າວ – ພາບ : ວຽງມາ

error: Content is protected !!