ນະຄອນຫຼວງ ຍ້ອງຍໍຜົນງານຄູ-ອາຈານ ແລະ ນັກຮຽນ ໃນສົກຮຽນຜ່ານມາ

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ສະຫຼຸບການສອບເສັງຈົບຊັ້ນ ປ5 ມ4 ແລະ ມ7 ປະຈຳສົກຮຽນ 2020-2021 ແບບເຊິ່ງໜ້າ ແລະ ຜ່ານທາງອອນລາຍ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ວັນທີ 30 ທັນວາ 2021 ໂດຍມີທ່ານ ບັນຈົງ ລັດທະວັນ ຮອງຫົວໜ້າກົມສາມັນ ກະຊວງ ສຶກສາທິການ ແລະ ກີລາ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍທ່ານຮອງຫົວໜ້າພະແນກ ຫົວໜ້າ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ບັນດາຜູ້ປະກອບການ ທ່ານຜູ້ອຳນວຍການໂຮງຮຽນ ຄູ-ອາຈານ ພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ນັກຮຽນ ເຂົ້າຮ່ວມ.

    ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໄດ້ລາຍງານໃຫ້ຮູ້ວ່າ: ຕາມປົກກະຕິແລ້ວ ຜົນການສອບເສັງຈົບຊັ້ນ ປ5 ມ4 ແລະ ມ7 ແມ່ນສຳເລັດແຕ່ທ້າຍເດືອນມິຖຸນາ 2021 ຜ່ານມາ ແຕ່ບໍ່ສາມາດຈັດພິທີສະຫຼຸບໄດ້ຍ້ອນການລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ເລື່ອນພິທີສະຫຼຸບມາຈັດໃນວັນນີ້ ເຊິ່ງຜົນການສອບເສັງຊັ້ນ ປ5 ມີນັກຮຽນທັງໝົດ 14.972 ຄົນ ຍິງ 7.325 ຄົນ ຈໍານວນນັກສອບເສັງມີໜ້າຕົວຈິງ 14.896 ຄົນ ຍິງ 7.292 ຄົນ ສອບເສັງໄດ້ທັງໝົດ 14.824 ຄົນ ຍິງ 7.276 ຄົນ ເທົ່າກັບ 99,52% ໃນນັ້ນ ຄະແນນສະເລ່ຍໄດ້ 7 ຂຶ້ນໄປທຸກວິຊາ ມີ 1.856 ຄົນ ຍິງ 1.206 ຄົນ ເທົ່າກັບ 12,52% ຄະແນນສະ ເລ່ຍ 9 ຂຶ້ນໄປທຸກວິຊາ ມີ 134 ຄົນ ຍິງ 108 ຄົນ ເທົ່າກັບ 0,90% ສອບເສັງຕົກ 43 ຄົນ ຍິງ 13 ຄົນ ເທົ່າກັບ 0,29%.

    ຜົນການສອບເສັງຈົບຊັ້ນ ມ4 ມີນັກຮຽນທັງໝົດ 11.947 ຄົນ ຍິງ 6.013 ຄົນ ຈໍານວນມີໜ້າສອບເສັງມີໜ້າຕົວຈິງ 11.912 ຄົນ ຍິງ 5.995 ຄົນ ສອບເສັງໄດ້ສົມບູນ (ຄະແນນສອບເສັງໄດ້ 5 ຂຶ້ນໄປທຸກວິຊາ) ມິ 3.377 ຄົນ ຍິງ 1.792 ຄົນ ເທົ່າກັບ 28,35% ສອບເສັງໄດ້ທັງໝົດ 11.879 ຄົນ ຍິງ 5.990 ຄົນ ເທົ່າກັບ 99,72% ໃນນັ້ນ ຄະແນນສະເລ່ຍໄດ້ 7 ຂຶ້ນໄປທຸກວິຊາ ມີ 959 ຄົນ ຍິງ 620 ຄົນ ເທົ່າກັບ 8,05% (ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາ) ໄດ້ຮັບໃບປະກາສະນິຍະບັດແດງ ມີ 30 ຄົນ ຍິງ 23 ຄົນ ເທົ່າກັບ 0,26%  ສອບເສັງຕົກ 33 ຄົນ ຍິງ 6 ຄົນ ເທົ່າກັບ 0,28% ນັກຮຽນທີ່ສອບເສັງໄດ້ຄະແນນສູງສຸດ 57,90 ຄະແນນ ມິ 1 ຄົນ ຈຳນວນໂຮງ ຮຽນທີ່ເສັງໄດ້ 100% ມີທັງໝົດ 152 ໂຮງຮຽນ.

    ສະເພາະຊັ້ນ ມ7 ນັກຮຽນທັງໝົດ 8.980 ຄົນ ຍິງ 4.669 ຄົນ ຂາດສອບເສັງ 17 ຄົນ ຍິງ 8 ຄົນ ຈຳນວນມີໜ້າສອບເສັງມີໜ້າຕົວຈິງ 8.963 ຄົນ ຍິງ 4.661 ຄົນ ສອບເສັງໄດ້ສົມບູນ (ຄະແນນສອບເສັງໄດ້ 5 ຂຶ້ນໄປທຸກວິຊາ) ມິ 4.773 ຄົນ ຍິງ 2.681 ຄົນ ເທົ່າກັບ 63,25% ສອບເສັງໄດ້ທັງໝົດ 8.913 ຄົນ ຍິງ 4.625 ຄົນ ເທົ່າກັບ 99,44% ໃນນັ້ນ ຄະແນນສະເລ່ຍໄດ້ 7 ຂຶ້ນໄປທຸກວິຊາ ມີ 2.172 ຄົນ ຍິງ 1.421 ຄົນ ເທົ່າກັບ 24,23% (ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາ) ໄດ້ຮັບໃບປະກາສະນິຍະບັດແດງ ມີ 21 ຄົນ ຍິງ 18 ຄົນ ເທົ່າກັບ 0,23%  ສອບເສັງຕົກ 50 ຄົນ ຍິງ 17 ຄົນ ເທົ່າກັບ 0,56% ນັກຮຽນທີ່ສອບເສັງໄດ້ຄະແນນສູງສຸດ 48,10 ຄະແນນ ມິ 1 ຄົນ ຈຳນວນໂຮງຮຽນທີ່ເສັງໄດ້ 100% ມີທັງໝົດ 87 ໂຮງຮຽນ.

   ໃນພິທີ ຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກີລາ ໃຫ້ກັບຄະນະຮັບຜິດຊອບກໍາມະການສອບເສັງຈົບຊັ້ນ ມ4 ມ7 ຈຳນວນ 16 ທ່ານ ມອບໃບຍ້ອງຍໍຂັ້ນເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ ນັກຮຽນທີ່ສອບເສັງໄດ້ໃບປະກາສະນີຍະບັດແດງ ຊັ້ນ ມ4 30 ຄົນ ຍິງ 22 ຄົນ ມ7 20 ຄົນ ຍິງ 18 ຄົນ ລວມ 51 ຄົນ ແລະ ມອບໃບຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ໂຮງຮຽນທີ່ສ້າງນັກຮຽນໄດ້ອັນດັບດີເລີດຊັ້ນ ມ4 ແລະ ມ7 ທີ່ໄດ້ຮັບໃບປະກາສະນິຍະບັດແດງ ຈຳນວນ 13 ໂຮງຮຽນ ແລະ ມອບໃບຍ້ອງຍໍຂັ້ນພະແນກສຶກສາທິການ ແລະ ກີລາ ນວ ໃຫ້ແກ່ຄະນະກຳມະການເຮັດວຽກສອບເສັງຈົບຊັ້ນ ມ4 ແລະ ມ7 ໃນສົກຮຽນຜ່ານມານຳອີກ.

# ຂ່າວ – ພາບ : ບຸນມີ

error: Content is protected !!