ການພັດທະນາເສດຖະກິດແຂວງເຊກອງ ຂະຫຍາຍຕົວຢ່າງຕໍ່ເນື່ອງ

    ການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງ ໃນປີ 2021 ເຫັນວ່າມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ ໂດຍສະເພາະຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ ບໍ່ແຮ່ ແລະ ຂົງເຂດກະສິກໍາ-ປ່າໄມ້.

    ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງເຊກອງ (ສພຂ) ຊຸດທີ II ໃນວັນທີ 29 ທັນວາ ຜ່ານມາ ໃຫ້ຮູ້ວ່າ: ປີ 2021 ເປັນປີທໍາອິດຂອງການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ມະຕິ X ຂອງອົງຄະນະພັກແຂວງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ໂດຍສະເພາະແມ່ນການປະຕິບັດ 6 ເປົ້າໝາຍ 8 ແຜນງານ 170 ໂຄງການ ໃນນີ້ ໄດ້ຖືເອົາການພັດທະນາເສດຖະກິດເປັນໃຈກາງ ປຸກລະດົມສົ່ງເສີມປະຊາຊົນ ຫົວໜ່ວຍທຸລະກິດ ຜູ້ປະກອບການ ແລະ ທຸກພາກສ່ວນເສດຖະກິດ ລົງທຶນເຂົ້າໃນການຜະລິດເປັນສິນຄ້າ ແລະ ການບໍລິການດ້ານຕ່າງໆ ຕິດພັນກັບການພັດທະນາພື້ນຖານໂຄງລ່າງ ສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກແກ່ວຽກງານການຄ້າ ແລະ ການທ່ອງທ່ຽວ ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວເພີ່ມຂຶ້ນ 3,3% ລວມຍອດຜະລິດຕະພັນພາຍໃນ ຫຼື GDP ບັນລຸ 2.210 ຕື້ກີບ ສະເລ່ຍໃສ່ພົນລະເມືອງໄດ້ 16,9 ລ້ານກີບ ຫຼື ເທົ່າກັບ 1.735 ໂດລາ/ຄົນ/ປີ ໃນນີ້ ຂະແໜງກະສິກໍາ ແລະ ປ່າໄມ້ເພີ່ມຂຶ້ນ 7,17% ກວມເອົາ 66,54% ຂະແໜງອຸດສາຫະກໍາເພີ່ມຂຶ້ນ 0,80% ກວມເອົາ 16,07% ແລະ ຂະແໜງບໍລິການ 0,59% ກວມເອົາ 17,40%.

    ຂະນະທີ່ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ທ່ານເຈົ້າແຂວງເຊກອງ ກ່າວວ່າ: ຍາມໃດຄະນະພັກ-ອົງການປົກຄອງແຂວງ ແລະ ຂະແໜງການກ່ຽວຂ້ອງກໍໄດ້ນໍາພາປະຊາຊົນຈັດຕັ້ງປະຕິບັດຢ່າງຈິງຈັງ ແລະ ຕໍ່ເນື່ອງ ໂດຍສະເພາະໂຄງການແກ້ໄຂຄວາມທຸກຍາກທີ່ມີທຶນໃນແຜນ ແລະ ທຶນສະໜັບສະໜູນຈາກໂຄງການຕ່າງໆ ຫັນພະນັກງານນໍາພາຫຼັກແຫຼ່ງ ພະນັກງານວິຊາການທີ່ມີຄວາມຮູ້ຄວາມສາມາດລົງຮາກຖານ ແລະ ການສົ່ງເສີມການຜະລິດເປັນສິນຄ້າ ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນນັບມື້ຫຼຸດລົງເປັນກ້າວໆ.

    ທ່ານກ່າວໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2022 ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ ກ່ອນອື່ນໝົດ ຄະນະພັກ-ອົງການປົກຄອງທຸກຂັ້ນພາຍໃນແຂວງ ຕ້ອງສຸມໃສ່ຄົ້ນຄວ້າເຊື່ອມຊຶມ ກໍາແໜ້ນ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິ X ຂອງອົງຄະນະພັກແຂວງ ແລະ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການຄຸ້ມຄອງບໍລິຫານລັດໃຫ້ກະທັດຮັດ ໂປ່ງໃສ ສາມາດກວດສອບໄດ້ ປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍໃຫ້ເປັນຮູບປະທໍາ ຫັນທິດການຄຸ້ມຄອງການລົງທຶນຂອງລັດໄປສູ່ຄຸນນະພາບ ຄຸ້ມຄອງຍາດແຍ່ງດຶງດູດການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ໄປຕາມເປົ້າໝາຍແຜນການທີ່ວາງໄວ້ ທັງນີ້ ກໍເພື່ອນໍາເອົາທຶນດັ່ງກ່າວ ມາພັດທະນາແຂວງເຊກອງ ໃຫ້ນັບມື້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

# ຂ່າວ – ພາບ : ບຸນມີ

error: Content is protected !!