ຫ້ອງການກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ສາຂາເມືອງຫາດຊາຍຟອງ ພ້ອມໃຫ້ບໍລິການ

    ພິທີເປີດຫ້ອງການກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ (ນວ) ສາຂາເມືອງຫາດຊາຍຟອງ ຈັດຂຶ້ນວັນທີ 30 ທັນວາ 2021 ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ພ້ອມດ້ວຍຜູ້ຕາງໜ້າຈາກກົມ ພະແນກການກ່ຽວຂ້ອງ ແລະ ພະນັກງານກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ.

    ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ໄດ້ລາຍງານໃຫ້ຮູ້ວ່າ:ໂຄງການກໍ່ສ້າງຫ້ອງການຄຸ້ມຄອງພາຫະນະ ແລະ ການຂັບຂີ່ ສາຂາເມືອງຫາດຊາຍຟອງ ເກີດຂຶ້ນໄດ້ຍ້ອນການຊີ້ນໍາຢ່າງໃກ້ຊິດຕິດແທດຈາກການນໍາ ນວ ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ເອົາໃຈໃສ່ຊຸກຍູ້ຊີ້ນໍາວຽກງານຕ່າງໆ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງດໍາເນີນໄປຕາມແຜນການ ແລະ ສໍາເລັດຕາມຄາດໝາຍ ພິເສດໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກການນໍາອົງການປົກຄອງ ແລະ ພໍ່ແມ່ປະຊາຊົນຊາວເມືອງຫາດຊາຍຟອງ ເຊິ່ງຫ້ອງການດັ່ງກ່າວ ມີເນື້ອທີ່ທັງໝົດ 3.500 ຕາແມັດ ໂດຍໄດ້ລົງມືກໍ່ສ້າງແຕ່ເດືອນກໍລະກົດ 2021 ແລະ ໄດ້ສໍາເລັດ 100% ໃນເດືອນທັນວາ 2021 ດັ່ງນັ້ນ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ຈຶ່ງໄດ້ອະນຸມັດໃຫ້ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ສາຂາເມືອງຫາດຊາຍຟອງ ກະກຽມເລີ່ມໃຫ້ບໍລິການໃນການຂຶ້ນທະບຽນ ກວດກາເຕັກນິກ ແລະ ວຽກງານໃບຂັບຂີ່ພາຫະນະ.

    ອາຄານຫ້ອງການດັ່ງກ່າວ ປະກອບມີ ຫ້ອງເຮັດວຽກພະນັກງານ ຫ້ອງປະຊຸມ ຫ້ອງລະບົບເກັບກໍາຂໍ້ມູນ ຫ້ອງການບໍລິການ ຫ້ອງລໍຖ້າຮັບແຂກ ຫ້ອງການອາກອນ ຫ້ອງການຄັງເງິນ ຫ້ອງການຊັບສິນຂອງພະແນກການເງິນ ນວ ຫ້ອງການຕໍາຫຼວດ ແລະ ບ່ອນຕິດປ້າຍຂອງກະຊວງປ້ອງກັນຄວາມສະຫງົບ ຫ້ອງນໍ້າສໍາລັບພະນັກງານ ແລະ ແຂກ ມີເສັ້ນທາງເພື່ອເຂົ້າກວດກາເຕັກນິກ 2 ຊ່ອງ ໃນເບື້ອງຕົ້ນຈະເປີດນໍາໃຊ້ກ່ອນ 1 ຊ່ອງ ໃນນີ້ໄດ້ປະກອບເຄື່ອງກວດກາເຕັກນິກທີ່ທັນສະໄໝສໍາເລັດແລ້ວ ສາມາດບໍລິການລົດເບົາ ລົດບັນທຸກ ແລະ ລົດໂດຍສານ ໃນນັ້ນ ປະກອບມີເຄື່ອງກວດກາສຽງ ຄວັນ ລະບົບໄຟ ແສງສະຫວ່າງ ລະບົບເບກ ຊ່ວງລ່າງ ແລະ ສູນລໍ້ ອຸປະກອນປະກອບເຂົ້າໃນສູນແຫ່ງນີ້ລ້ວນແຕ່ເປັນເຄື່ອງທີ່ທັນສະໄໝ ແລະ ໄດ້ມາດຕະຖານສາກົນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!