ບໍລິສັດ ຫົວເຫວີຍລາວ ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2021

    ທ່ານ ເຄວິນ ຫູ ປະທານບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ໄດ້ຮັບລາງວັນນັກ ທຸລະກິດຊັ້ນນຳດີເດັ່ນຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໃນງານມອບລາງ ວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ໃນໄລຍະໂຄວິດ-19 ປະຈຳປີ 2021 ວັນທີ 29 ທັນວາ 2021 ຢູ່ຫໍປະຊຸມແຫ່ງຊາດ ເຊິ່ງມອບໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. 

    ໃນງານຂອງ ສຄອຊ ຄັ້ງນີ້ ໄດ້ມີການຈັດຫ້ອງວາງສະແດງຂອງຫຼາຍບໍລິສັດ ເຊິ່ງບໍລິສັດ ຫົວເຫວີຍລາວ ກໍໄດ້ນໍາເອົານະວັັດຕະກໍາທີ່ທັນສະໄໝເຂົ້າຮ່ວມສະແດງ ເປັນຕົ້ນການສະແດງໂຊລູຊັ່ນຜະລິດຕະພັນພະລັງງານດີຈີຕອນຂອງຫົວເຫວີຍ ເຊັ່ນ: ປໍ້າສາກໄຟ EV charger ໂຊລູຊັ່ນສຳລັບໂຊລາເຊວ Fusion Solar ໂຊລູຊັ່ນດ້ານພະລັງງານສູນຂໍ້ມູນ ແລະ ອື່ນໆ. 

    ໃນຂະນະດຽວກັນ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ຢ້ຽມຊົມຫ້ອງວາງສະແດງຂອງ ຫົວເຫວີຍ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ພ້ອມຕີລາຄາສູງຕໍ່ ຫົວເຫວີຍ ທີ່ໄດ້ຜະລິດນະວັດຕະກຳອັນທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ທີ່ສາມາດຕອບສະ  ໜອງຄວາມຕ້ອງການຂອງລັດຖະບານໄດ້ຢ່າງວ່ອງໄວ ໂດຍການວາງຮາກຖານທີ່ດີສຳລັບການນຳໃຊ້ພະ ລັງງານໄຟຟ້າ ເປັນຕົ້ນລົດໄຟຟ້າ ແລະ ອຸປະກອນພະລັງງານແສງອາທິດ ໃນຕະຫຼາດລາວ ພ້ອມທັງຈະຊ່ວຍໃຫ້ ສປປ ລາວ ບັນລຸການເປັນກາງຂອງຄາບອນ ອີກດ້ວຍ.

error: Content is protected !!