ບົດບາດພຸດທະສາສະໜາໃນສັງຄົມເກີດການລະບາດພະຍາດໂຄວິດ

    ສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: ບົດບາດພຸດທະສາສະໜາໃນສັງຄົມເກີດການລະບາດພະຍາດໂຄວິດ-19 ແບບທາງໄກ ຈັດຂຶ້ນວັນທີ 30 ທັນວາ 2021 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍເປັນປະທານຂອງທ່ານ ນາງ ອໍາໄພວັນ ຄໍາແສງສີວິໄລ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຜູ້ຕາງໜ້າຈາກກະຊວງ ອົງການ ແນວລາວສ້າງຊາດ ໂຮງຮຽນສົງທັງຢູ່ສູນກາງ ແລະ ບັນດາແຂວງ ຕະຫຼອດເຖິງພະນັກງານຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດເຂົ້າຮ່ວມ.

    ໃນການສຳມະນາ ໄດ້ຮັບຟັງການນໍາສະເໜີເນື້ອໃນແຕ່ລະຫົວຂໍ້ຍ່ອຍທີ່ປິ່ນອ້ອມຂົງເຂດພຸດທະສາສະໜາ ເປັນຕົ້ນ ການສູດມົນຂ້າມປີຂອງຊາວພຸດ ບົດບາດພຣະສົງລາວທີ່ມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ການປັບປຸງພິທີກໍາທາງພຸດທະສາສະໜາໃນເງື່ອນໄຂການແຜ່ລະບາດພະຍາດໂຄວິດ-19 ຄວາມເຊື່ອຂອງຊາວພຸດໃນສັງຄົມລາວ ພຸດທະສາສະໜາກັບການພັດທະນາສັງຄົມລາວ ແລະ ຫົວຂໍ້ທີ່ກ່ຽວຂ້ອງອື່ນໆຈາກນັກວິທະຍາກອນ ທີ່ໄດ້ສັງລວມເອົາເນື້ອໃນແຕ່ລະບັນຫາມານໍາສະເໜີຕໍ່ກອງປະຊຸມ ເພື່ອໃຫ້ສຳມະນາກອນໄດ້ຮັບຟັງ ຄົ້ນຄິດ ແລະ ໄດ້ມີການຕັ້ງບັນຫາສົນທະນາ ປະກອບຄໍາຄິດຄໍາເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນແຕ່ລະບັນຫາດ້ວຍຄວາມຈິງໃຈ ແລະ ກົງໄປກົງມາ ໂດຍເຍືອງໃສ່ສະພາບຄວາມເປັນຈິງຂອງສັງຄົມປັດຈຸບັນ.

    ສໍາມະນາວິທະຍາສາດຄັ້ງນີ້ ມີຄວາມໝາຍສໍາຄັນຍິ່ງ ຕໍ່ບັນດາພຸດທະສາສະນິກະຊົນ ກໍຄືສໍາມະນາກອນທີ່ເຂົ້າຮ່ວມຮັບຟັງ ເຊິ່ງເປັນການເຜີຍແຜ່ບົດບາດພຸດທະສາສະໜາທີ່ມີຕໍ່ສັງຄົມໃຫ້ກະຈ່າງແຈ້ງ ທັງໄດ້ຮັບຮູ້ສະພາບການຕ່າງໆທີ່ປິ່ນອ້ອມຂົງເຂດພຸດທະສາສະໜາ ແລະ ບັນຫາຕ່າງໆທີ່ພວມເກີດຂຶ້ນໃນສັງຄົມ ເພື່ອຮ່ວມກັນແກ້ໄຂບັນຫາຢ່າງຖືກຕ້ອງ ແລະ ສອດຄ່ອງຢ່າງມີປະສິດທິຜົນ. 

         ..# ຂ່າວ- ພາບ : ລັດເວລາ

error: Content is protected !!