ສ້າງຄວາມເຂັ້ມແຂງໃນການເຜີຍແຜ່ຂໍ້ມູນສຸຂະພາບພະຍາດໄຂ້ຍຸງລາຍ

         ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານສຸຂະສຶກສາ ນັກຂ່າວຂັ້ນແຂວງ ຂັ້ນເມືອງ  3 ແຂວງ ພາກເໜືອ  ແລະ ນະຄອນ ຫຼວງວຽງຈັນ ໃນການເຜີຍແຜ່ຂໍ້ມູນສຸຂະພາບກ່ຽວກັບພະຍາດໄຂ້ຍຸງລາຍ ເພື່ອໃຫ້ປະຊາຊົນຮັບຮູ້ ເຂົ້າໃຈວຽກງານການກັກກັນ  ແລະ  ຄວບຄຸມພະຍາດໄຂ້ຍຸງລາຍຂຶ້ນໃນວັນທີ  30-31 ທັນວາ 2021 ທີ່ໂຮງແຮມລາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ມີທ່ານ ດຣ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ພ້ອມດ້ວຍນັກຂ່າວຈາກສູນກາງ ນະຄອນຫຼວງ ໜ່ວຍງານສຸຂະສຶກສາຂັ້ນແຂວງ ແລະ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກມູນນິທິສາທາລະນະສຸກສາກົນຂອງເກົາຫຼີ (KOFIH).

         ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ໄດ້ກ່າວວ່າ: ພະຍາດໄຂ້ຍຸງລາຍໃນ ສປປ ລາວ ເປັນເຂດທີ່ມີການລະບາດບົ່ມຊ້ອນຂອງພະຍາດໄຂ້ຍຸງລາຍທຸກໆ 2 ຫາ 3 ປີ ຈະມີການລະບາດຂະໜາດໃຫຍ່ໃນປີ 2010 ແລະ ປີ 2013 ແຕ່ມາຮອດປັດຈຸບັນນີ້ ການລະບາດໄຂ້ຍຸງເກີດຂຶ້ນເກືອບທຸກໆປີ ອາດເກີດຂຶ້ນຍ້ອນມີການປ່ຽນແປງດິນຟ້າອາກາດ ການເຄື່ອນຍ້າຍຂອງປະຊາກອນຫຼາຍຂຶ້ນ ແລະ ຢູ່ຮ່ວມກັນຢ່າງໜາແໜ້ນ ພ້ອມນັ້ນກໍມີການກໍ່ສ້າງຕຶກອາຄານຫຼາຍຂຶ້ນ ແລະ ອື່ນໆ ໃນປີ 2021 ທົ່ວປະເທດມີລາຍງານເລີ່ມແຕ່ທ້າຍປີ 2020 ຫາວັນທີ 28 ທັນວາ 2021 ຈຳນວນພະຍາດໄຂ້ຍຸງລາຍສະສົມທັງໝົດ 1.555 ກໍລະນີ ເສຍຊີວິດ 1 ກໍລະນີ ເນື່ອງຈາກວ່າປະເທດລາວ ສະພາບການເກີດພະຍາດໄຂ້ຍຸງລາຍຍັງມີລາຍງານຕົວເລກການເຈັບເປັນໃນແຕ່ລະວັນຢ່າງຕໍ່ເນື່ອງ ສະນັ້ນ ການໂຄສະນາຂໍ້ມູນຂ່າວສານສຸຂະສຶກສາໃຫ້ປະຊາຊົນຮັບຮູ້ເຖິງໄພອັນຕະລາຍ ແລະ ວິທີປ້ອງກັນນັ້ນ ເປັນສິ່ງຈຳເປັນ ແລະ ສຳຄັນ ດັ່ງນັ້ນ ຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນເພື່ອປຶກສາຫາລືວິທີການ ແລະ ຮູບແບບການອອກຂ່າວຜ່ານສື່ຕ່າງໆ ເພື່ອເຮັດໃຫ້ປະຊາຊົນເຂົ້າໃຈງ່າຍຂຶ້ນ ເພື່ອທົບທວນຄືນການຈັດຕັ້ງປະຕິບັດຜ່ານມາ ໃນການໃຫ້ຂໍ້ມູນຂ່າວສານ ແລະ ສື່ຕ່າງໆກ່ອນການລະບາດ ແລະ ເວລາມີການລະບາດພະຍາດໄຂ້ຍຸງລາຍ ເພື່ອຊອກຫາຊ່ອງທາງໃນການປັບປຸງ ແລະ ແກ້ໄຂບັນຫາລະຫວ່າງການອອກຂ່າວຜ່ານສື່ຕ່າງໆ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ແທດເໝາະກັບສະຖານະການໃຫ້ຊັດເຈນ ທັງໝົດນີ້ ແນໃສ່ເພື່ອຫຼຸດຜ່ອນການເສຍຊີວິດຂອງພະຍາດໄຂ້ຍຸງລາຍ ແລະ ເພີ່ມມາດຕະການໃນການສະກັດກັ້ນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ.

         ..# ຂ່າວ- ພາບ : ເພັດສະໝອນ

error: Content is protected !!