ກອງປະຊຸມຄັ້ງປະຖົມມະລຶກຄະນະກໍາມະການດັດສົມທຸລະກິດນໍ້າປະປາ ແລະ ສຸຂາພິບານປະຈໍາປີ 2021

    ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກໍາມະການດັດສົມທຸລະກິດນໍ້າປະປາ ແລະ ສຸຂາພິບານ ປະຈໍາປີ 2021 ແລະ ຜ່ານທິດທາງແຜນການຈັດຕັ້ງປະຕິບັດວຽກງານດັດສົມປີ 2022 ຈັດຂຶ້ນວັນທີ 30 ທັນວາ 2021 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ເປັນປະທານຂອງທ່ານນາງ ວິໄລຄໍາ ໂພສະລາດ ຮອງລັດຖະມົນຕີກະຊວງ ຍທຂ ປະທານຄະນະກໍາມະການດັດສົມທຸລະກິດນໍ້າປະປາ ແລະ ສຸຂາພິບານ ມີຫົວໜ້າຫ້ອງການ ຫົວໜ້າກົມ ຮອງກົມຈາກກະຊວງກ່ຽວຂ້ອງ ລັດວິສາຫະກິດນໍ້າປະປາ ແລະ ຕາງໜ້າຜູ້ດໍາເນີນທຸລະກິດໃນຄະນະກໍາມະການດັດສົມນໍ້າປະປາ ແລະ ສຸຂາພິບານເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ປະກາດການປັບປຸງກົງຈັກການຈັດຕັ້ງຂອງຄະນະກໍາມະການດັດສົມທຸລະກິດນໍ້າປະປາ ແລະ ສຸຂາພິບານ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຍທຂ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການດັດສົມທຸລະກິດນໍ້າປະປາ ແລະ ສຸຂາພິບານ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍນະໂຍບາຍລາຄານໍ້າປະປາແຫ່ງ ສປປ ລາວ ສະບັບປັບປຸງ ຮ່າງບົດແນະນຳກ່ຽວກັບການກຳນົດໂຄງສ້າງລາຄານໍ້າປະປາ ຮ່າງຄູ່ມືແນະນຳສ້າງແຜນດຳເນີນທຸລະກິດນໍ້າປະປາ ຮ່າງຜ່ານຄູ່ມືສ້າງບົດລາຍງານປະຈໍາປີກ່ຽວກັບຜົນການປະຕິບັດງານຂະແໜງນໍ້າປະປາ ແລະ ຮັບຮອງເອົາທິດທາງແຜນການຈັດຕັ້ງປະຕິບັດວຽກງານຄະນະກໍາມະການດັດສົມທຸລະກິດນໍ້າປະປາປະຈຳປີ 2022.

.

..# ຂ່າວ- ພາບ : ຂັນທະວີ

error: Content is protected !!