ເພີ່ມຖ້ຽວລົດໄຟ C88/C87 ໃນໄລຍະເທດສະການປີໃໝ່ສາກົນ

    ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໄລຍະວັນທີ 30 ທັນວາ 2021 ຫາ ວັນທີ 3 ມັງກອນ 2022 ເປັນໄລຍະເທດສະການປີໃໝ່ສາກົນ ຜູ້ທີ່ສົນໃຈໄປເດີນທາງດ້ວຍລົດໄຟຈະເພີ່ມຂຶ້ນ ດັ່ງນັ້ນ ຜ່ານການຄົ້ນຄວ້າຂອງທາງບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ເຫັນວ່າເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ຜູ້ເດີນທາງຕ່າງໆ ຈຶ່ງມີຄວາມຈໍາເປັນທີ່ຈະເພີ່ມຖ້ຽວລົດໄຟຄື:

  • ຂະບວນລົດໄຟ C82/C81 ນະຄອນຫຼວງວຽງຈັນ-ໂພນໂຮງ-ວັງວຽງ-ຫຼວງພະບາງ-ເມືອງໄຊ-ບໍ່ເຕ່ນ ເຊິ່ງຈະອອກຈາກນະຄອນຫຼວງວຽງຈັນເວລາ 8:00 ໂມງ ເປັນຖ້ຽວແລ່ນປົກກະຕິ
  • ຂະບວນລົດໄຟ C84/C83 ນະຄອນຫຼວງວຽງຈັນ-ຫຼວງພະບາງ ເຊິ່ງຈະອອກຈາກນະຄອນຫຼວງວຽງຈັນ ເວລາ 16:00 ໂມງ ເປັນຖ້ຽວແລ່ນປົກກະຕິ
  • ຂະບວນລົດໄຟ C88/C87 ນະຄອນຫຼວງວຽງຈັນ-ໂພນໂຮງ-ວັງວຽງ-ຫຼວງພະບາງ-ເມືອງໄຊ-ບໍ່ເຕ່ນ ຈະອອກຈາກນະຄອນຫລວງວຽງຈັນ ເວລາ 09:00 ໂມງ ເປັນຖ້ຽວເພີ່ມ.

..# ຂ່າວ- ພາບ : ຂັນທະວີ

error: Content is protected !!